ລັດຖະບານພ້ອມກັບວິສາຫະກິດນຳປະເທດຊາດກ້າວຂຶ້ນ

ລັດຖະບານພ້ອມກັບວິສາຫະກິດນຳປະເທດຊາດກ້າວຂຶ້ນ - ảnh 1
ທ່ານ​ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ
 “ວິ​ສາ​ຫະກິດ ຫວຽດນາມ - ກຳລັງ​ໜູນ​ພັດທະນາ​ປະ​ເທດ​ຊາດ”
(ພາບ: VGP/QuangHieu)

ຕອນ​ເຊົ້າ​ວັນ​ທີ 29/04 ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ “ວິ​ສາ​ຫະກິດ ຫວຽດນາມ - ກຳລັງ​ໜູນ​ພັດທະນາ​ປະ​ເທດ​ຊາດ”. ກ່າວ​ຄຳ​ເຫັນ​ທີ່​ພິທີໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ຈິດ​ໃຈ​ແມ່ນລັດຖະບານ​ປ່ຽນ​ໃໝ່​ການ​ບໍລິຫານ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​​ແກ່ວິ​ສາ​ຫະກິດ, ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ວິ​ສາ​ຫະກິດ ​ແລະ ສັງຄົມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ວິ​ສາ​ຫະກິດ ​ແມ່ນ​ຖັນ​ແຖວ​ນຳ​ໜ​້າ, ຜະລິດ​ສິນຄ້າ, ສ້າງ​ວຽກ​ເຮັດ​ງານ​ທຳ, ສົ່ງ​ອອກ​ສິນຄ້າ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການຮັບ​ຟັງ, ມີ​ທັດສະນະ​ຢ່າງຈະ​ແຈ້ງສຳລັບ​ວິ​ສາ​ຫະກິດ ຈາກ​ນັ້ນ​ປົດ​ປ່ອຍ​ກຳລັງ​ການ​ຜະລິດ, ຊຸກຍູ້​ການພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນ​ຕີ ກໍ່​ຊີ້​ແຈ້ງ​ວ່າ ​ລັດຖະບານປ່ຽນ​ໃໝ່​ການ​ບໍລິຫານ, ຕ້ານ​ໄພ​ຫຍໍ້​ທໍ້ ​ແລະ ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ກົງຈັກ​ລັດ, ປົກ​ປ້ອງ​ສິດ​ຊັບ​ສົມ​ບັດ, ສິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ ​ແລະ ຂອງ​ພົນລະ​ເມືອງ, ສ້າງ​ເງື່ອນ​​ໄຂ​ໃຫ້​ວິ​ສາ​ຫະກິດ​ເຊື່ອມ​ໂຍງ ​ແລະ ພັດທະນາ.



ຂ່າວ/ບົດ​ອື່ນ