ລັດຖະບານສຸມໃສ່ສ້າງບັນດາຮ່າງກົດໝາຍໃຫ້ສົມບູນແບບ

ລັດຖະບານສຸມໃສ່ສ້າງບັນດາຮ່າງກົດໝາຍໃຫ້ສົມບູນແບບ - ảnh 1
ກອງ​ປະຊຸມ​ຂອງ​ລັດຖະບານ
(ພາບ: chinhphu.vn)


(vovworld) - ​​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ຂອງ​ລັດຖະບານ ດ້ວຍຫົວ​ຂໍ້​ສ້າງ​ກົດໝາຍ, ຕອນ​ເຊົ້າ​ວັນ​ທີ 13 ສິງຫາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ບັນດາ​ສາມາ​ຊິກ​ລັດຖະບານໄດ້ປຶກສາ​ຫາລື, ປະກອບ​ບັນດາຄຳ​ເຫັນສ້າງ​ຮ່າງ​ກົດໝາຍ​ບາງສະບັບທີ່ສຳຄັນ. ໜຶ່ງ​ໃນ​ບັນດາ​ຮ່າງ​ກົດໝາຍ ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງ​ສະມາຊິກລັດຖະບານ​ຫຼາຍ​ທ່ານ ​ແມ່ນ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ (ສະບັບ​ປັບ​ປຸງ). ​ເຕື້ອງ​ເຖິງ​ບັນດາ​ເນື້ອ​ໃນ​ລະອຽດ​ໃນ​ຮ່າງ​ກົດໝາຍ​ດັ່ງກ່າວ, ບັນດາ​ສະມາຊິກ​ລັດຖະບານ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສ້າງ​ແຜນກຳນົດສິ່ງ​ແວດ​ລ້ອມ; ຕີ​ລາຄາ​ຜົນ​ກະທົບ​ເຖິງ​ສິ່ງ​ແວດ​ລ້ອມ; ຈັດ​ຕັ້ງ​ການ​ປົກ​ປັກ​ຮັກສາ​ເຂດອາງແມ່​ນ້ຳ​ລະຫວ່າງ​ແຂວງ...

        ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ບັນດາ​ສະມາຊິກ​ລັດຖະບານ ໄດ້ຮັບ​ຟັງ ​ແລະ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ສະ​ບັບປັບປຸງ, ​ເພີ່ມ​ເຕີ່​ມ ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​​ສົມລົດ ​ແລະ ຄອບຄົວ. ບັນດາ​ສະມາຊິກ​ລັດຖະບານ​​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ບັນຫາ​ສຳຄັນ​ຄື: ຮີດຄອງ​ປະ​ເພນີ​ໃນ​ການ​ສົມລົດ ​ແລະ ຄອບຄົວ; ​ເງື່ອນ​ໄຂ​ເພື່ອ​ສົມລົດ, ການ​ສົມລົດ​ເພດ​ດຽວ... ບັນດາ​ສະມາ​ຊິກ​ລັດຖະບານ​ກໍ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍທະບຽນສານ ແລະ​ໃຫ້​ຄຳ​ເຫັນ​​ປັບປຸງປະມວນ​ກົດໝາຍ​ແພ່ງປີ 2005.

ຂ່າວ/ບົດ​ອື່ນ