ລັດຖະບານອິນເດຍຮັບຮອງເອົາ MoU ກັບຫວຽດນາມກ່ຽວກັບການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ

ລັດຖະບານອິນເດຍຮັບຮອງເອົາ MoU ກັບຫວຽດນາມກ່ຽວກັບການຮ່ວມມືໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ - ảnh 1
(ພາບ​ປະ​ກອບ: htt.edu.vn)

(vovworld) - ​ວັນ​ທີ 07/12, ລັດ​ຖະ​ບານ​ອິນ​ເດຍ ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi ເປັນ​ປະ​ທານ, ໄດ້​ຮັບ​ຮອງ​ເອົາ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MoU) ລະ​ຫວ່າງ​ອິນ​ເດຍ ແລະ ຫວຽດ​ນາມ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ. MoU ດັ່ງ​ກ່າວ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ຈຸດ​ປະ​ສົງ​ພັດ​ທະ​ນາ​ການ​ຮ່ວມ​ມື​ຢ່າງ​ໝັ້​ນ​ຄົງ​ຍາວ​ນານ ບົນ​​ພື້​ນ​ຖານ​ຄວາມສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​​ບັນ​ດາຂົງ​ເຂດ​​ຂໍ້​ມູນ​ຂ່າວ​ສານ​ຕາມ​ກົດ​ໝາຍ ແລະ ຂໍ​ກຳ​ນົດ​ຂອງ​ແຕ່​ລະ​ປະ​ເທດ. ເລື່ອງ​ປະ​ຕິ​ບັດ​ MoU ຕາມ​ຂັ້ນ​ຕອນ​ດັ່ງ​ກ່າວ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​​​ພໍ​ສົ​ມ​ຄວນໃນ​ຂົງ​ເຂດເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານໃຫ້​ທັງ 2 ຝ່າຍ, ຜ່ານ​ການ​ສ້າງ​ກົນ​ໄກ ແລະ ກຳ​ລັງ​ຄວາມ​ສາ​ມາດ​ໃນ​ຂົງ​ເຂດເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. MoU ດັ່ງ​ກ່າວ​ຈະ​ມີ​ຜົນ​ສັກ​ສິດໃນ​ໄລ​ຍະ​ປະ​ມານ 5 ປີ ແລະ ໄດ້​ສ້າງ​ໃໝ່​​ຜ່ານ​ຄວາມ​ເຫັນ​ດີ​ດ້ວຍ​ເອ​ກະ​ສານ​ລະ​ຫວ່າງ​ອິນ​ເດຍ ແລະ ຫວຽດ​ນາມ. ບົດ​ບັ​ນ​ທຶກ​ຊ່ວຍ​ຈຳ​ນີ້​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຜ່ານ​ການ​ສ້າງ​ຕັ້ງ​ກຸ​່ມ​ເຮັດ​ວຽກ​ລວມ​ກ່ຽວ​ກັບເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ດ້ວຍ​ຜູ້​ຕາງ​ໜ້າ​ຂອງ​ທັງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ