ລັດຖະບານໄທປະຕິເສດຂໍ້ສະເໜີໂຈະການເລືອກຕັ້ງ

ລັດຖະບານໄທປະຕິເສດຂໍ້ສະເໜີໂຈະການເລືອກຕັ້ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄທ ພົງ​ເທບ ​ເທບ​ການຈະນາ
(ພາບ: Mcot.net)


(vovworld) - ວັນ​ທີ 26/12, ພາຍຫຼັງ​ທີ່ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ ຖື​ວ່າ: ຄວນ​ໂຈະ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດທີ່​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​​ເດືອ​ນ 2/2014 ​ເພື່ອ​ສະກັດ​ກັ້ນ​ການ​ປະ​ທະ​ກັນ​ດ້ານ​ການ​ເມືອງ​ທີ່​ພວມ​ປິນ​ຂັ້ນ​ໄດ, ລັດຖະບານ​ປະ​ເທດ​ນີ້​ໄດ້​ປະຕິ​ເສດຂໍ້​ສະ​ເໜີ​ດັ່ງກ່າວ. ​ໃນ​ບົດ​ກ່າວ​ປາ​ໄສ​ທາງ​ໂທລະພາບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄທ ພົງ​ເທບ ​ເທບ​ການຈະນາ ສັງ​ເກດ​ວ່າ: ​ເຖິງ​ວ່າ​ຄະນະ​ກຳມະກາ​ນ​ເລືອກ​ຕັ້ງ​ຖື​ວ່າຈັດການ​ເລືອກ​ຕັ້ງຖືກ​ກຳນົດ​ເວລາ​ອາດ​ຈະ​ພາ​ໄປ​ເຖິງ​ເກີດ​ການ​ໃຊ້​ຄວມຮຸນ​​ແຮງ ​ແຕ່​ລັດຖະບານ​ເຊື່ອ​ວ່າ: ​​ເລື່ອງໂຈະ​ການ​ເລືອກ​ຕັ້ງ​ຍັງ​ຈະກໍ່​​ໃຫ້​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຫຼາຍ​ກ່ວາອີກ. ກ່ອນ​ໜ້າ​ນັ້ນ, ​ໃນ​ຖະ​ແຫຼ​ງການສະບັບ​ໜຶ່ງ, ຄະນະ​ກຳມະການ​​ເລືອກ​ຕັ້ງ ​ໄທ ລວມມີສະມາ​ຊິກ 5 ຄົນຮຽກຮ້ອງ​ໃຫ້​​ໂຈະ​ການ​ເລືອກ​ຕັ້ງ​ຮອດ​ຍາມ​ໃດສາມາ​ດລົບ​ລ້າງ​ຄວາມ​ບໍ່​ລົງ​ລອຍ​ກັນ​.

    ວັນ​ທີ 26/12, ​ແມ່​ນວັນ​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢ່າງ​ຕໍ່​ເນື່ອງ​ຢູ່​ໄທ. ສຳນັກ​ຂ່າວສານ ຝຣັ່ງ AFP ​ໄດ້​ຄັດ​ສະ​ເໜີ​ແຫ​ລ່ງຂ່າວ​ຈາກ​ໂຮງໝໍ​ໂດຍ​​ໃຫ້ຮູ້​ວ່າ: ຕຳຫຼວດ​ໄທ​ຜູ້​ໜຶ່ງ​ຖືກ​ຍິງ​ຕາຍ​ໃນ​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຢູ່​ນະຄອນຫຼວງ ບັງ​ກອກ.


ຂ່າວ/ບົດ​ອື່ນ