ລັດຖະມົນຕີ ໂງຊວນລິກ ຕ້ອນຮັບ, ເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ

(VOVWORLD) -  ຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດ (JCV) ລົງນາມ 2015, ແຜນການເຄື່ອນໄຫວ 3 ປີໄລຍະ 2018 – 2020 ແລະ ຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ
ລັດຖະມົນຕີ ໂງຊວນລິກ ຕ້ອນຮັບ, ເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ - ảnh 1 ການເຈລະຈາລະຫວ່າງ 2 ຝ່າຍ

ຕອນບ່າຍວັນທີ 25 ມັງກອນ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເປັນປະທານພິທີຕ້ອນຮັບທ່ານ James Mattis, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ.

        ທີ່ການເຈລະຈາ, 2 ຝ່າຍຕີລາຄາໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງ 2 ປະເທດ ໃນໄລຍະຜ່ານມາ ແລະ ເປັນເອກະພາບທິດທາງ, ມາດຕະການສືບຕໍ່ຊຸກຍູ້ການພົວພັນດ້ານປ້ອງກັນຊາດ 2 ຝ່າຍ ລະຫວ່າງ 2 ປະເທດໃນໄລຍະຈະມາເຖິງບົນພື້ນຖານບົດບັນທຶກຊ່ວຍຈຳກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ (MOU) ລົງນາມໃນປີ 2011; ຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນດ້ານປ້ອງກັນຊາດ (JCV) ລົງນາມ 2015, ແຜນການເຄື່ອນໄຫວ 3 ປີໄລຍະ 2018 – 2020 ແລະ ຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ.

        ພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີ ໂງຊວນລິກ ໄດ້ມອບວັດຖຸພັນສົງຄາມຂອງທະຫານ ອາເມລິກາ ໃຫ້ແກ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ແລະ ແນະນຳງານວາງສະແດງກ່ຽວກັບໝາກຜົນແຫ່ງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເຂົ້າຮ່ວມການຮັກສາສັນຕິພາບ ສປຊ ລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ