ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟິລິນປິນ

(VOVWORLD) -ຫວຽດນາມ ຍາມໃດກໍ່ຖືການພັດທະນາສາຍພົວພັນກັບ ຟິລິບປິນ ເປັນສຳຄັນ.

ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟິລິນປິນ - ảnh 1ທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານ Cardozo M. Luna, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟິລິນປິນ 

(ພາບ: qdnd.vn)

ຕອນບ່າຍວັນທີ 9 ສິງຫາ, ທີ່ ຮ່າໂນ້ຍ, ທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Cardozo M. Luna, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟິລິນປິນ, ເນື່ອງໃນໂອກາດເຂົ້າຮ່ວມການເຈລະຈາ ນະໂຍບາຍປ້ອງກັນປະເທດ ຫວຽດນາມ - ຟິລິບປິນ ຄັ້ງທີ 3 ແລະ ກອງປະຊຸມກຸ່ມປະຕິບັດງານລວມກ່ຽວກັບການຮ່ວມມືດ້ານການປ້ອງກັນຊາດ ຫວຽດນາມ - ຟິລິບປິນຄັ້ງທີ 4  ທີ່ ຮ່າໂນ້ຍ. ທ່ານ ພົນເອກ ໂງຊວນລິກ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຖືການພັດທະນາສາຍພົວພັນກັບ ຟິລິບປິນ ເປັນສຳຄັນ. ສີ່ງດັ່ງກ່າວນີ້, ໄດ້ພິສູດດ້ວຍການທີ່ການນຳຂັ້ນສູງຂອງສອງປະເທດ ຕັດສິນໃຈຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2015, ເປີດໄລຍະແຫ່ງການພັດທະນາໃໝ່ໃນການພົວພັນສອງປະເທດໃນທຸກໆຂົງເຂດ, ໃນນັ້ນມີການພົວພັນຮ່ວມມືວຽກງານປ້ອງກັນຊາດ.  ພົ້ນເດັ່ນແມ່ນການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນແຕ່ລະຂັ້ນ, ຮ່ວມມືກັບກອງທັບເຮືອ, ປະຕິບັດກົດໝາຍທາງທະເລ, ບໍາລຸງສ້າງພະນັກງານ.

ກ່ອນໜ້ານັ້ນ, ທ່ານ ພົນໂທ ຫງວຽນຈິວິ້ງ, ຮອງລັດຖະມັນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານ ພົນຕີ Cardozo M. Luna ໄດ້ເປັນປະທານຮ່ວມໃນການເຈລະຈານະໂຍບາຍປ້ອງກັນປະເທດ ຫວຽດນາມ - ຟິລິບປິນ ຂັ້ນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດຄັ້ງທີ 3.

ຕອບກັບ

ຂ່າວ/ບົດ​ອື່ນ