ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ຢັ້ງ​ຢືນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ປະ​ຫວັ​ດ​ສາດ​ແຫ່ງ​ຄວາມ​ສະ​ມັກ​ຄີ ແລະ ສະ​ໜິດ​ຕິດ​ພັນ

(VOVWORLD) - ໃນຂອບເຂດງານພົບປະມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ, ຕອນບ່າຍວັນທີ 14 ທັນວາ, ຢູ່ນະຄອນ ກອນຕຸມ, ແຂວງ ກອນຕຸມ, ໄດ້ດຳເນີນການພົບປະປະຈຳປີລະຫວ່າງກະຊວງປ້ອງກັນປະເທດສາມປະເທດ ແລະ ພິທີລົງນາມໃນເອກະສານຮ່ວມມືສະບັບຕ່າງໆ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ຢັ້ງ​ຢືນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ປະ​ຫວັ​ດ​ສາດ​ແຫ່ງ​ຄວາມ​ສະ​ມັກ​ຄີ ແລະ ສະ​ໜິດ​ຕິດ​ພັນ - ảnh 1ການພົບປະປະຈຳປີລະຫວ່າງກະຊວງປ້ອງກັນປະເທດສາມປະເທດ (ພາບ: daibieunhandan.vn)

ກ່າວຄຳເຫັນທີ່ການພົບປະ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ, ລາວ ແລະ ກຳປູເຈຍ ແມ່ນ 3 ປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ໂດຍໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຜ່ານໄລຍະແຫ່ງການຕໍ່ສູ້ປະຕິວັດ. ການເຄື່ອນໄຫວພົບປະແລກປ່ຽນແມ່ນເຫດການທີ່ມີຄວາມໝາຍປະຫວັດສາດ, ປະກອບສ່ວນສ້າງໜ້າປະຫວັດສາດໃໝ່ຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສາມປະເທດ.

        ກ່ຽວກັບເນື້ອໃນຮ່ວມມືໃນໄລຍະຈະມາເຖິງ, ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ເຫັນດີຊຸກຍູ້ການພົວພັນຮ່ວມມືສຸມໃສ່ບັນດາຂົງເຂດຄື: ປັບປຸງພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ; ສືບຕໍ່ຜັນຂະຫຍາຍກົນໄກຕ່າງໆຢ່າງມີປະສິດທິຜົນ. ເຜີຍແຜ່ໂຄສະນາ, ສຶກສາໃຫ້ກອງທັບ ແລະ ປະຊາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ ເຂົ້າໃຈກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງນໍ້າໃຈສາມັກຄີສາມປະເທດ, ສາມກອງທັບ; ຫັນບັນດາກິດຈະກຳຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ແລະ ກອງທັບ 3 ປະເທດ ເປັນຫຼາຍຮູບຫຼາຍແບບ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍລະດັບພາກພື້ນ ແລະ ສາກົນ.

        ທີ່ການພົບປະ, ລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ ໄດ້ຢັ້ງຢືນຄວາມຕັດສິນໃຈຂອງກະຊວງປ້ອງກັນປະເທດ ແລະ ກອງທັບສາມປະເທດ ຍາມໃດກໍສາມັກຄີ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບົດບາດເປັນໃຈກາງຂອງ ອາຂຽນ ກໍຄືຫຼັກໝັ້ນລວມຂອງ ອາຊຽນ ໃນບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ.

        ສິ້ນສຸດການພົບປະ, ກະຊວງປ້ອງກັນປະເທດ 3 ປະເທດ ໄດ້ລົງນາມໃນແຜນການຮ່ວມມືດ້ານປ້ອງກັນຊາດ ປີ 2024; ຂໍ້ຕົກລົງຮ່ວມມືລະຫວ່າງກົມພົວພັນຕ່າງປະເທດ - ກະຊວງປ້ອງກັນປະເທດ ຫວຽດນາມ ກັບກົມໃຫຍ່ນະໂຍບາຍ ແລະ ພົວພັນຕ່າງປະເທດ - ກະຊວງປ້ອງກັນປະເທດ ລາວ; ລົງນາມໃນສັນຍາແມ່ວ່າດ້ວຍການຮ່ວມມືປົກປັກຮັກສາຊາຍແດນລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ກັບ ກະຊວງປ້ອງກັນປະເທດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ