ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ ຈໍ​ແດນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເຂດ ກາ​ຊາ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ພົບປະກັບເຈົ້າໜ້າທີ່ຂັ້ນສູງ ຈໍແດນ ໃນຂອບເຂດການໄປຢ້ຽມຢາມພາກພື້ນ ຕາເວັນອອກກາງ ໃນເວລາ 1 ອາທິດ ເພື່ອແນໃສ່ຊອກຫາວິທີການສະກັດກັ້ນການປະທະກັນລະຫວ່າງຂະບວນການ ອິດສະລາມ ຮາມາດສ - ອິດສະຣາແອັນ ທີ່ແຜ່ລາມອອກພາກພື້ນຕາເວັນອອກກາງປັນວົງກວ້າງ. 
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່ ຈໍ​ແດນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເຂດ ກາ​ຊາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຈໍແດນ Ayman Safadi (ເບື້ອງຂວາ) ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ: AFP/TTXVN)

ວັນທີ 07 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ພົບປະກັບເຈົ້າໜ້າທີ່ຂັ້ນສູງ ຈໍແດນ ໃນຂອບເຂດການໄປຢ້ຽມຢາມພາກພື້ນ ຕາເວັນອອກກາງ ໃນເວລາ 1 ອາທິດ ເພື່ອແນໃສ່ຊອກຫາວິທີການສະກັດກັ້ນການປະທະກັນລະຫວ່າງຂະບວນການ ອິດສະລາມ ຮາມາດສ - ອິດສະຣາແອັນ ທີ່ແຜ່ລາມອອກພາກພື້ນຕາເວັນອອກກາງປັນວົງກວ້າງ. ທ່ານ Antony Blinken ໄດ້ດຳເນີນການພົບປະກັບຄູ່ຕຳແໜ່ງ ຈໍແດນ, ທ່ານ Ayman Safadi  ແລະ ກະສັດ ຈໍແດນ Abdullah II.

ຕາມແຈ້ງການຈາກກະຊວງການຕ່າງປະເທດ ຈໍແດນ ແລ້ວ, ໃນການພົບປະກັບຄູ່ຕຳແໜ່ງ ອາເມລິກາ, ທ່ານລັດຖະມົນຕີ Ayman Safadi  ເນັ້ນໜັກວ່າ ຕ້ອງສະກັດກັ້ນການເພີ່ມຄວາມເຄັ່ງຕຶງໄວ້ໃນທັນທີ ແລະ ປົກປ້ອງສາມັນຊົນຢູ່ເຂດ ກາຊາ, ດຳເນີນການຊ່ວຍເຫຼືອມະນຸດສະທຳ ແລະ ດ້ານສາທາລະນະສຸກຢູ່ເຂດນີ້ຢ່າງເໝາະສົມ ແລະ ຍາວນານ. ໃນຂະນະນັ້ນ, ເມື່ອຕ້ອນຮັບນັກການທູດ ອາເມລິກາ, ກະສັດ ຈໍແດນ Abdullah II ຖືວ່າ ອາເມລິກາ ສວມບົດບາດສຳຄັນໃນການກະຕຸກຊຸກຍູ້ ອິດສະຣາແອັນ ເຂົ້າຮ່ວມຂໍ້ຕົກລົງຢຸດຍິງໃນທັນທີ ພ້ອມທັງກ່າວເຕືອນເຖິງບັນດາຜົນຕາມມາທີ່ຮ້າຍແຮງ ຖ້າຫາກວ່າ ການປະທະກັນລະຫວ່າງ ຮາມາດສ ກັບ ອິດສະຣາແອັນ ສືບຕໍ່ດຳເນີນ.

ພາຍຫຼັງທີ່ອອກຈາກ ຈໍແດນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຈະເດີນທາງໄປ ກາຕາ ແລະ ສະຫະລັດ ອາຣັບ ເອມມີເລດ (UAE).


ຕອບກັບ

ຂ່າວ/ບົດ​ອື່ນ