ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບັນ​ດາ​ປະ​ເທດ G7 ກ່າວ​ປະ​ນາມ ອິດ​ສະ​ຣາ​ແອັນ ເປີດກວ້າງ​ບັນ​ດາເຂດ​ຕັ້ງ​ຖິ່ນ​ຖານ​ຢູ່​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ

(VOVWORLD) - ການເຄື່ອນໄຫວເປີດກວ້າງເຂດຕັ້ງຖິ່ນຖານຂອງ ອິດສະຣາແອັນ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ລວມມີເລື່ອງປະກອບເອກະສານຫັນ 5 ເຂດຕັ້ງຖິ່ນຖານໃຫ້ຖືກຕ້ອງຕາມກົດໝາຍ, ອະນຸມັດຜ່ານແຜນການກໍ່ສ້າງເຮືອນຫຼັງໃໝ່ເກືອບ 5.300 ຫຼັງ ແລະ ຢຶດເນື້ອທີ່ດິນ 1.270 ເຮັກຕາ ຢູ່ຮ່ອມພູ ຈໍແດນ, ແມ່ນບໍ່ສອດຄ່ອງກັບກົດໝາຍສາກົນ. 
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບັນ​ດາ​ປະ​ເທດ G7 ກ່າວ​ປະ​ນາມ ອິດ​ສະ​ຣາ​ແອັນ ເປີດກວ້າງ​ບັນ​ດາເຂດ​ຕັ້ງ​ຖິ່ນ​ຖານ​ຢູ່​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ - ảnh 1ກິດຈະກຳກໍ່ສ້າງຢູ່  Ma'ale Adumim, ຝັ່ງຕາເວັນຕົກແມ່ນ້ຳຈໍແດນ (ພາບ: AFP)

ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 11 ກໍລະກົດ, ລັດຖະມົນຕີການຕ່າງປະເທດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7, ລວມມີ: ອັງກິດ, ອາເມລິກາ, ເຢຍລະມັນ, ຍີ່ປຸ່ນ, ຝລັ່ງ, ການາດາ ແລະ ອີຕາລີ) ເນັ້ນໜັກວ່າ: ການເຄື່ອນໄຫວເປີດກວ້າງເຂດຕັ້ງຖິ່ນຖານຂອງ ອິດສະຣາແອັນ ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ລວມມີເລື່ອງປະກອບເອກະສານຫັນ 5 ເຂດຕັ້ງຖິ່ນຖານໃຫ້ຖືກຕ້ອງຕາມກົດໝາຍ, ອະນຸມັດຜ່ານແຜນການກໍ່ສ້າງເຮືອນຫຼັງໃໝ່ເກືອບ 5.300 ຫຼັງ ແລະ ຢຶດເນື້ອທີ່ດິນ 1.270 ເຮັກຕາ ຢູ່ຮ່ອມພູ ຈໍແດນ, ແມ່ນບໍ່ສອດຄ່ອງກັບກົດໝາຍສາກົນ ແລະ ໄປຝືນກັບຄຸນປະໂຫຍດສຳລັບພາລະກິດສ້າງສັນຕິພາບຢູ່ພາກພື້ນ. ພ້ອມກັບເລື່ອງກະຕຸກຊຸກຍູ້ລັດຖະບານ ອິດສະຣາແອັນ ຖອນຄືນຂໍ້ຕົກລົງກ່ຽວກັບການເປີດກວ້າງເຂດຕັ້ງຖິ່ນຖານ, ຖະແຫຼງການນັ້ນ ແມ່ນຢັ້ງຢືນຄືນການສະໜັບສະໜູນຂອງບັນດາປະເທດ G7 ກ່ຽວກັບການສ້າງພື້ນຖານສັນຕິພາບຍາວນານ ແລະ ຍືນຍົງຢູ່ພາກພື້ນຕາເວັນອອກກາງໂດຍອີງໃສ່ການປະຕິບັດມາດຕະການສອງລັດ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ