ລັດຖະມົນຕີການຕ່າງປະເທດຟ້າມບິງມິງ ຢ້ຽມຢາມກາຕາ

ລັດຖະມົນຕີການຕ່າງປະເທດຟ້າມບິງມິງ ຢ້ຽມຢາມກາຕາ - ảnh 1
(ພາບ​:
ອິນ​ເຕີ​ແນັດ)

(vovworld)-​ ວັນ​ທີ 24/3, ​ໂດຍ​ໄດ້​ຮັບຄຳ​ເຊີນຂອງ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດກາ​ຕາ Sheikh Hamad Bin Jasen Jahbor Al Thani, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ ​ໄດ້ໄປຢ້ຽມຢາມ​ກາ​ຕາ ຢ່າງ​ເປັນ​ທາງ​ການ. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິງ​ມິ​ງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ທັງ​ເປັນທ່ານລັດຖະມົນຕີ​ການ​ຕ່າງປະ​ເທດກາ​ຕາ Sheikh Hamad Bin Jasen Jahbor Al Thani, ​ເຂົ້າຢ້ຽມ​ຂ່ຳນັບ ລາຊະກຸ່ມມານ Tamim Bin Hamad Al Thani ​ແລະ ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ກາ​ຕາ.

   ທີ່​ການ​ພົບ​ປະ​ເຈລະຈາ ​ແລະ ການ​ພົບ​ປະຄັ້ງຕ່າງໆ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ກ່ວາ​ອີກ ​ແລະ ​ເຫັນ​ດີ​ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ຊື່​ງກັນ ​ແລະ ກັນ​ທີ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ…

 

 

 

 

 

 

 

ຂ່າວ/ບົດ​ອື່ນ