ລັດຖະມົນຕີການຕ່າງປະເທດລັດເຊຍ ຢັ້ງຢືນ ຢາກປັບປຸງການພົວພັນກັບ ອີຢູ, NATO

(VOVWORLD) - ການພົວພັນລະຫວ່າງປະເທດນີ້ ແລະ ອີຢູ ຈະກັບຄືນສູ່ຄວາມເປັນປົກກະຕິ ໂດຍໄດ້ສະແດງໃຫ້ເຫັນຜ່ານການເຄົາລົບ ແລະ ພິຈາລະນາເຖິງຜົນປະໂຫຍດຂອງກັນ.

        ລັດເຊຍ ຫວັງຢາກຟື້ນຟູການພົວພັນກັບ ສະຫະພາບເອີຣົບ (ອີຢູ) ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO). ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ຍົກອອກຄໍາຖະແຫຼງດັ່ງກ່າວໃນການຕອບສໍາພາດຕໍ່ນັກຂ່າວວາລະສານ ການພົວພັນສາກົນຂອງ ບຸນກາຣີ ທີ່ໄດ້ລົງໃນເວັບໄຊຂອງກະຊວງການຕ່າງປະເທດ ລັດເຊຍ ໃນວັນທີ 30 ພຶດສະພາ. ຕາມທ່ານ Sergei Lavrov ແລ້ວ, ການພົວພັນລະຫວ່າງປະເທດນີ້ ແລະ ອີຢູ ຈະກັບຄືນສູ່ຄວາມເປັນປົກກະຕິ ໂດຍໄດ້ສະແດງໃຫ້ເຫັນຜ່ານການເຄົາລົບ ແລະ ພິຈາລະນາເຖິງຜົນປະໂຫຍດຂອງກັນ.

ລັດຖະມົນຕີການຕ່າງປະເທດລັດເຊຍ ຢັ້ງຢືນ ຢາກປັບປຸງການພົວພັນກັບ ອີຢູ, NATO - ảnh 1ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov (ພາບ: TTXVN) 

        ກ່ຽວກັບການພົວພັນລະຫວ່າງ ລັດເຊຍ ແລະ NATO, ທ່ານ Sergei Lavrov ຖືວ່າ ການພົວພັນດັ່ງກ່າວ ຍັງຄົງຢູ່ໃນໄລຍະ “ວິກິດການແກ່ຍາວ”. ຕາມທ່ານແລ້ວ, NATO ຍັງບໍ່ມີຄວາມພ້ອມເພື່ອສ້າງຕັ້ງພື້ນຖານຄວາມໝັ້ນຄົງຍຸຕິທໍາ ແລະ ບໍ່ສາມາດຕັດແຍກອອກໃນໂຄງສ້າງ ເອີຣົບ - ອັດລັງຕິກເໜືອ, ແຕ່ການເຈລະຈາລະຫວ່າງ ລັດເຊຍ ແລະ NATO  ອາດຈະກັບຄືນສູ່ວິວັດທະນາການກສ້າງສັນ. ຕາມທ່ານ Sergei Lavrov ແລ້ວ, ເພື່ອເຮັດໄດ້ສິ່ງດັ່ງກ່າວນັ້ນ ບັນດາຄູ່ຮ່ວມມື NATO ຄວນປະຕິບັດບັນດາຄໍາໝັ້ນສັນຍາຂອງຕົນ ກ່ຽວກັບເລື່ອງບໍ່ເພີ່ມທະວີການປ້ອງກັນຄວາມສະຫງົບ ເຊິ່ງເຮັດໃຫ້ເສຍອິດທິພົນຊື່ສຽງຂອງປະເທດອື່ນ. ສ່ວນ ລັດເຊຍ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມືເພື່ອຮັບມືກັບວິກິດການສາກົນ, ໄພຄ້າຂາຍຢາເສບຕິດ, ອາດຊະຍາກໍາທາງເຄືອຂ່າຍອິນເຕີເນັດ ແລະ ບັນດາໄພນາບຂູ່ອື່ນໆໃນສັງກາດທັນສະໄໝນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ