ລັດຖະມົນຕີການຕ່າງປະເທດລັດເຊຍ,ອີຣານ,ຕວກກີໂອ້ລົມທາງໂທລະສັບກ່ຽວກັບສະພາບສົງຄາມຢູ່ຊີຣີ

ລັດຖະມົນຕີການຕ່າງປະເທດລັດເຊຍ,ອີຣານ,ຕວກກີໂອ້ລົມທາງໂທລະສັບກ່ຽວກັບສະພາບສົງຄາມຢູ່ຊີຣີ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​​ ​​​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ໃຫ້​ຮູ້​ວ່າ, ​ວັນ​ທີ 17/12, ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດນີ້ Sergei Lavrov ໄດ້​ມີ​ການ​ໂອ​້​ລົມ​ທາງ​ໂທ​ລະ​ສັບ​ກັບ​ບັນ​ດ​າ​ຄູ່​ຕຳ​ແໜ່ງ Mevlut Cavusoglu ​ຂອງຕ​ວກ​ກີ ແລະ Mohammad Javad Zarif ຂອງ​ອີ​ຣານ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ສົງ​ຄາມ​ຢູ່​ຊີ​ຣີ. ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຈາກ​ປະ​ຊາ​ຄົມ​ສາ​ກົນ ໃນ​ການ​ເຄື່ອນ​ໄຫວ​​ຊ່ວຍ​ເຫຼືອ​ມະ​ນຸ​ດ​ສະ​ທຳ​ຢູ່​ຊີ​ຣີ ແລະ ຊຸກ​ຍູ​້​ວິ​ວັດ​ທະ​ນາ​ການ​​ແກ້​ໄຂດ້ານ​ການ​ເມືອງ ​ໃຫ້​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້. ຜ່ານ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ ໂດຍ​ຝ່າຍ​ລັດ​ເຊຍ ລິ​ເລີ່ມ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 3 ທ່ານ​ໄດ້​ເຫັນ​ດີ​ນຳ​ກັນ​ຈະ​ພົບ​ປະ​ກັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ