ລັດ​ຖະ​ມົນ​ຕີ​ການ​ເງິນ G7 ເຫັນ​ດີ​ເປັນ​ເອ​ກະ​ພາບ​ໜູນ​ຊ່ວຍ​ການ​ເງິນ​ໃຫ້​ແກ່​ຢູ​ແກຼນ

(VOVWORLD) -ຖະແຫຼງການດັ່ງກ່າວ ຊີ້ແຈ້ງວ່າ: G7 ລະດົມເງິນໄດ້ 32 ຕື້ USD ເພື່ອໜູນຊ່ວຍດ້ານເສດຖະກິດ ແລະ ງົບປະມານໃຫ້ແກ່ຢູແກຼນ, ໃນນັ້ນ ຈາກສະຫະພາບເອີລົບ (EU)ແມ່ນ 18 ຕື້ ເອີໂຣ (ປະມານ 19,09 ຕື້ USD).
ລັດ​ຖະ​ມົນ​ຕີ​ການ​ເງິນ G7 ເຫັນ​ດີ​ເປັນ​ເອ​ກະ​ພາບ​ໜູນ​ຊ່ວຍ​ການ​ເງິນ​ໃຫ້​ແກ່​ຢູ​ແກຼນ - ảnh 1ພາບປະກອບ (ພາບ: AFP/TTXVN)

ວັນທີ 22 ທັນວາ, ລັດຖະມົນຕີການເງິນຂອງກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ອອກຖະແຫຼງການຮ່ວມໂດຍໃຫ້ຮູ້ວ່າ ບັນດາປະເທດສະມາຊິກພ້ອມແລ້ວທີ່ຈະມານະພະຍາຍາມກ່ວາອີກ ເພື່ອໜູນຊ່ວຍ ຢູແກຼນດ້ານການເງິນ, ພ້ອມທັງຮຽກຮ້ອງໃຫ້ບັນດານັກອຸປະຖຳຕ່າງໆເພີ່ມການໜູນຊ່ວຍ. ຖະແຫຼງການໄດ້ຮັບຮອງເອົາຢູ່ກອງປະຊຸມທາງໄກ ຂອງບັນດາລັດຖະມົນຕີການເງິນ G7. ຖະແຫຼງການດັ່ງກ່າວ ຊີ້ແຈ້ງວ່າ: G7 ລະດົມເງິນໄດ້ 32 ຕື້ USD ເພື່ອໜູນຊ່ວຍດ້ານເສດຖະກິດ ແລະ ງົບປະມານໃຫ້ແກ່ຢູແກຼນ, ໃນນັ້ນ ຈາກສະຫະພາບເອີລົບ (EU)ແມ່ນ 18 ຕື້ ເອີໂຣ (ປະມານ 19,09 ຕື້ USD).

ແລະກໍ່ໃນວັນດຽວກັນ, ທ່ານນາງ Annalena Baerbock ລັດຖະມົນຕີການຕ່າງປະເທດ ເຢຍລະມັນ  ກໍ່ຢັ້ງຢືນວ່າ ກຸ່ມບັນດາປະເທດ G7 ຈະມານະພະຍາຍາມເພີ່ມທະວີຄວາມສາມາດໃນການປ້ອງກັນອາກາດຂອງ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ