ລັດຖະມົນຕີຄົນໃໝ່ຂອງກະຊວງປ້ອງກັນປະເທດອາເມລິກາ ຢ້ຽມຢາມ ອາບການິສະຖານ

ລັດຖະມົນຕີຄົນໃໝ່ຂອງກະຊວງປ້ອງກັນປະເທດອາເມລິກາ ຢ້ຽມຢາມ ອາບການິສະຖານ - ảnh 1
ລັດຖະມົນຕີ​ຄົນ​ໃໝ່​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ 
ທ່ານ Chuck Hagelຢ້ຽ​ມຢາມ ອາບ​ກາ​ນິສະຖານ​ (ພາບ:Reuters)

vovworld- ວັນ​ທີ 8/3, ລັດຖະມົນຕີ​ຄົນ​ໃໝ່​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ທ່ານ Chuck Hagel ​ໄດ້​ໄປ​ຮອດ​ກາ​ບຸນ , ​ເລີ່​ມຕົ້ນ​ການ​ຢ້ຽ​ມຢາມ ອາບ​ກາ​ນິສະຖານ​ຢ່່າງ​ເປັນ​ທາງ​ການ ​ເພື່ອ​ຕີ​ລາຄາ​ກ່ຽວ​ກັບ​ການ​ສູ້​ຮົບ​ທີ່​ແກ່ຍາວ​ກວ່າ 1 ທົດ​ສະ​ວັດ​ທີ່​ຜ່່ານມາ, ກ່ອນ​ທີ່​ຍົກ​ອອກ​ຂໍ້​ຕົກລົງ​ຮັກ​ສາ​ພົນທະຫານ​ອາ​ເມ​ລິ​ກາ​ເປັນ​ຈຳນວນ​ເທົ່າ​ໃດ ພາຍຫຼັງ​ວິວັດທະນາ​ການ​ຖອນ​ທະຫານ​​ໃນທ້າຍ​ປີ 2014 . ​ໃນ​ເວລາ​ຢ້ຽມ​ຢາມ ອາບ​ກາ​ນິສະຖານ, ລັດຖະມົນຕີ​ຄົນ​ໃໝ່​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ທ່ານ Chuck Hagel ຈະ​ມີ​ການ​ເຈລະ​ຈາ​ກັບ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Hamid Kazai ຜູ້​ຫາ​ກໍ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ທີ່​ເຄັ່ງ​ຕຶງ​ກັບ​ວໍ​ຊິງ​ຕັນ ​ເມື່ອ​ອອກ​ຄຳ​ສັ່ງ​ຈຳກັດ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ຂອງ​ອາ​ເມ​ລິ​ກາ​ຢູ່​ປະ​ເທ​ນີ້. ລັດຖະມົນຕີ​ຄົນ​ໃໝ່​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ທ່ານ Chuck Hagel ຍັງ​ຈະ​ພົບ​ປະ​ກັບ​ບັນດາ​ຜູ້​ບັນຊາ​ການ​ທະຫານ ​ແລະ ພົນທະຫານ​ອາ​ເມ​ລິ​ກາ ​ເພື່ອ​ຮັບ​ຟັງ​ການ​ລາຍງານຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ສະພາບ​ການ​ສູ້​ຮົບ​ທີ່​ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີ 13 ນີ້.
ຂ່າວ/ບົດ​ອື່ນ