ລັດເຊຍ ຈັດຕັ້ງການຝຶກອົບຮົມການເລືອກຕັ້ງຄັ້ງທຳອິດ

ລັດເຊຍ ຈັດຕັ້ງການຝຶກອົບຮົມການເລືອກຕັ້ງຄັ້ງທຳອິດ - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 25/2, ຢູ່​ນະຄອນຫຼວງ​ມົດສະກູ ​ໄດ້​ດຳ​ເນີນ​ການ​ຝຶກ​ອົບຮົມ​ຄັ້ງ​ໃຫຍ່​ກ່ຽວ​ກັບ​ວຽກງານ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ລັດ​ເຊຍ. ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ຖືກ​ຈັດ​ຂື້ນ​ຢູ່ 12 ຈຸດ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ທົ່ວນະຄອນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເຊິ່ງນອນ​ໃນ​ຂອບ​ເຂດ​ລາຍການ “ ວັນ​ເປີດ​ປະຕູ ” ຂອງ​ຄະນະ​ກຳມະການ​​ເລືອກ​ຕັ້ງສູນ​ກາງ​ລັດ​ເຊຍ ​ເພື່ອ​ແນ​ໃສ່​ໂຄສະນາ​​ເຖິງ​ມະຫາຊົນ​ການ​ດຳ​ເນີນ​ການ​ເລືອກ​ຕັ້ງ​ຄື​ແນວ​ໃດຢ່າງ​ລະອຽດ ​ແລະ ກ້ວາງ​ຂວາງ. ນີ້​ກໍ​ແມ່ນ​ການ​ເຄື່ອນ​ໄຫວ​​ເຊິ່ງ​ໄດ້​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳອິດ. ​ໃນ​ການ​ຝຶກ​ອົບຮົມ, ບັນດາ​ຜູ້​ຈັດ​ຕັ້ງ​ໄດ້​ທົດ​ລອງ​ຂື້ນ​ແຜນການມີ​ຜູ້ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ 5 ທ່ານ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ເລືອກ​​ເອົາທ່ານ​ໜື່ງ​ໃນ​ຈຳນວນ​ບັນຊີ​ລາຍ​ຊື່​ຜູ້​ອອກ​ສະ​ໜັກ​ຮັບ​ເລືອກ​ຕັ້ງ​ທົດ​ລອງດັ່ງກ່າວ. ຜູ້​ຕາງ​ໜ້າສື່​ມວນ​ຊົນ, ຜູ້​ຕາງ​ໜ້າ​ພັກ​ຝ່າຍ​ການ​ເມືອງ, ບັນດາ​ອົງການ​ມະຫາຊົນ​ພວມ​​​ແຕ່ງ​ຕັ້ງ​ຜູ້​ສັງ​ເກດ​ການ​ໃຫ້​ແກ່​ການ​ເລືອກ​ຕັ້ງ.
ຂ່າວ/ບົດ​ອື່ນ