ລັດ​ເຊຍ ຈະ​ໂຕ້​ຕອບ​ໃນ​ກໍ​ລະ​ນີ ອາ​ເມ​ລິ​ກາ ແລະ ນາ​ໂຕ ປະ​ຕິ​ເສດ​ບັນ​ດາ​ຂໍ້​ສະ​ເໜີ​ຄວາມ​ໝັ້ນ​ຄົງ

(VOVWORLD) -ຜູ້ນຳໜ້າຂະແໜງການຕ່າງປະເທດ ລັດເຊຍ ຍັງເນັ້ນໜັກວ່າ ລັດເຊຍ ໝົດຄວາມອົດທົນ ຕໍ່ບັນດາການກະທຳຂອງຝ່າຍຕາເວັນຕົກແລ້ວ.

   ວັນທີ 14 ມັງກອນ, ທີ່ການປະຊຸມຂ່າວປະຈຳປີ ກ່ຽວກັບໝາກຜົນຂອງຂະແໜງການຕ່າງປະເທດລັດເຊຍ ໃນປີ 2021, ທ່ານລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ Sergei Lavrov ໃຫ້ຮູ້ວ່າ ມົດສະກູ ຢາກໃຫ້ບັນດາການຮັບປະກັນຄວາມໝັ້ນຄົງຜູກມັດກັບດ້ານນິຕິກຳຈາກ ອາເມລິກາ ແລະ ນາໂຕ, ຍ້ອນວ່າ ບັນດາປະເທດຝ່າຍຕາເວັນຕົກ ບໍ່ປະຕິບັດ ແລະ ບໍ່ສຳເລັດພັນທະການເມືອງຈັກເທື່ອ. ລັດເຊຍ ໄດ້ສ້າງບັນດາຂໍ້ສະເໜີຂອງຕົນຕໍ່ ອາເມລິກາ ແລະ ນາໂຕ ຢ່າງຈະແຈ້ງ ແລະ ພວມລໍຖ້າຄຳຕອບ.

   ເມື່ອຖືກຖາມກ່ຽວກັບການໂຕ້ຕອບຂອງລັດເຊຍ ຈະເປັນຄືແນວໃດ ຖ້າຫາກວ່າ ອາເມລິກາ ແລະ ນາໂຕ ບໍ່ຮັບຮູ້ບັນດາຂໍ້ສະເໜີຄວາມໝັ້ນຄົງຂອງ ລັດເຊຍ ລວມທັງບັນດາການຮັບປະກັນ ກ່ຽວກັບເລື່ອງ ນາໂຕ ບໍ່ເປີດກ້ວາງ, ທ່ານລັດຖະມົນຕີ Lavrov ຊີ້ແຈ້ງວ່າ ການໂຕ້ຕອບອາດຈະແຕກຕ່າງກັນ ແລະ ຂຶ້ນກັບບັນດາຂໍ້ສະເໜີ ໂດຍບັນດານັກຊ່ຽວຊານດ້ານການທະຫານ ຝາກໄປຍັງປະທານາທິບໍດີ ລັດເຊຍ. ຜູ້ນຳໜ້າຂະແໜງການຕ່າງປະເທດ ລັດເຊຍ ຍັງເນັ້ນໜັກວ່າ ລັດເຊຍ ໝົດຄວາມອົດທົນ ຕໍ່ບັນດາການກະທຳຂອງຝ່າຍຕາເວັນຕົກແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ