ລັດເຊຍ ປະກາດຈະເປີດບັນດາອົງການຕາງໜ້າການທູດແຫ່ງໃໝ່ຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ວັນທີ 14 ກໍລະກົດ, ຜູ້ນຳໜ້າກະຊວງການຕ່າງປະເທດ ລັດເຊຍ ໄດ້ໄປຍັງພູເກດ ໃນຂອບເຂດການຢ້ຽມຢາມ ໄທ. ໃນຂອບເຂດການຢ້ຽມຢາມຄັ້ງນີ້, ທ່ານ Lavrov ໄດ້ເຈລະຈາກັບຄູ່ຕຳແໜ່ງປະເທດເຈົ້າພາບ.
ລັດເຊຍ ປະກາດຈະເປີດບັນດາອົງການຕາງໜ້າການທູດແຫ່ງໃໝ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ:AFP/TTXVN)

ລັດເຊຍ ມີແຜນການເປີດບັນດາອົງການຕາງໜ້າດ້ານການທູດແຫ່ງໃໝ່ຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ຍົກອອກຖະແຫຼງການດັ່ງກ່າວເມື່ອເຂົ້າຮ່ວມພິທີເປີດສະຖານກົງສູນໃຫຍ່ ລັດເຊຍ ປະຈຳນະຄອນ ພູເກດ, ປະເທດໄທ ໃນວັນທີ 15 ກໍລະກົດ. ທ່ານ Lavrov ໄດ້ເນັ້ນໜັກເລື່ອງເປີດສະຖານກົງສູນໃຫຍ່ລັດເຊຍ ປະຈຳ ນະຄອນ ພູເກດ ແມ່ນ “ບາດກ້າວສຳຄັນ ແຕ່ບໍ່ແມ່ນບາດກ້າວສຸດທ້າຍ” ໃນການເປີດກ້ວາງການປະຈຳການຂອງອົງການການທູດລັດເຊຍ ຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.

ວັນທີ 14 ກໍລະກົດ, ຜູ້ນຳໜ້າກະຊວງການຕ່າງປະເທດ ລັດເຊຍ ໄດ້ໄປຍັງພູເກດ ໃນຂອບເຂດການຢ້ຽມຢາມ ໄທ. ໃນຂອບເຂດການຢ້ຽມຢາມຄັ້ງນີ້, ທ່ານ Lavrov ໄດ້ເຈລະຈາກັບຄູ່ຕຳແໜ່ງປະເທດເຈົ້າພາບ. ກ່ອນນັ້ນ, ໃນລະຫວ່າງວັນທີ 12 – 14 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ Lavrov ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 (AMM 56) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ