ລັດ​ເຊຍ ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ຄວາມ​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ຄວາມ​ໝັ້ນ​ຄົງກັ​ບ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ກ່ຽວ​ຂ້ອງ​ບັນ​ຫາ ຢູ​ແກຼນ

(VOVWORLD) -ວັນທີ 14 ກຸມພາ, ວົງການເຈົ້າໜ້າທີ່ ຢູແກຼນ ໃຫ້ຮູ້ວ່າ Kiev ອາດຈະປະຕິເສດການເຂົ້າຮ່ວມກຸ່ມການທະຫານອັດລັງຕິກເໜືອ (NATO).
ລັດ​ເຊຍ ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ຄວາມ​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ຄວາມ​ໝັ້ນ​ຄົງກັ​ບ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ກ່ຽວ​ຂ້ອງ​ບັນ​ຫາ ຢູ​ແກຼນ - ảnh 1ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: AFP/TTXVN)

ທ່ານເອກອັກຄະລັດຖະທູດ ຢູແກຼນ ປະຈຳ ອັງກິດ Vadim Prystaiko ໃຫ້ຮູ້ວ່າ Kiev ອາດຈະປະຕິເສດການເຂົ້າຮ່ວມ NATO ເພື່ອຫຼີກລ້ຽງສົງຄາມ. ຕໍ່ໜ້າຂໍ້ມູນນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ James Hippie ໃຫ້ຮູ້ວ່າ ລາຊະອານາຈັກອັງກິດ ຈະສະໜັບສະໜູນຂໍ້ຕົກລົງປະຕິເສດການເຂົ້າຮ່ວມ NATO ຂອງ ຢູແກຼນ ຖ້າຫາກວ່າ ອຳນາດການປົກຄອງ Kiev ເຫັນດີ.

ແລະກໍ່ໃນວັນດຽວກັນ, ເລຂາສື່ມວນຊົນຂອງທ່ານປະນາທິບໍດີ ລັດເຊຍ Dmitry Peskov ຖືວ່າ ຖະແຫຼງການຂອງທ່ານ ເອກອັກຄະລັດຖະທູດ ຢູແກຼນ ປະຈຳ ລາຊະອານາຈັກອັງກິດ ບໍ່ສະແດງໃຫ້ເຫັນການປ່ຽນແປງໃນໂລກະທັດຂອງ Kiev. ເລື່ອງ ຢູແກຼນປະຕິເສດຂໍ້ລິເລີ່ມເຂົ້າຮ່ວມ NATO ຈະແມ່ນບາດກ້າວເດີນປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການສ້າງປະຕິກິລິຍາທີ່ມີຄວາມໝາຍກວ່າຕໍ່ບັນດາຄວາມວິຕົກກັງວົນຂອງ ລັດເຊຍ.

ວັນທີ 14 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ມີການໂອ້ລົມທາງໂທລະສັບ ກັບ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຢູແກຼນ Dmytro Kuleba. ໃນບັນດາການໂອ້ລົມທາງໂທລະສັບ, ທ່ານ ເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມເຈລະຈາທາງການທູດ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງ, ພ້ອມທັງເນັ້ນໜັກວ່າ ບໍ່ມີວິທີການແກ້ໄຂໃດນອກຈາກວິວັດການທາງການທູດ ທີ່ຈະສາມາດແກ້ໄຂວິກິດການໃນປັດຈຸບັນ. ທ່ານ Antonio Guterres ເຊື່ອໝັ້ນ ແລະ ຫວັງວ່າ ສົງຄາມຈະບໍ່ເກີດຂຶ້ນໃນໄລຍະຈະມາເຖິງ.

ວັນເທື່ອງ, ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ