ລັດເຊຍ ມີຄວາມວິຕົກກັງວົນກ່ຽວກັບການກະທຳຂອງ ອາເມລິກາ ໃນຂົງເຂດຄວາມໝັ້ນຄົງ

(VOVWORLD) - ວັນທີ 22 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖະແຫຼງວ່າ ຄວາມມານະພະຍາຍາມຂອງການນຳ ອາເມລິກາ ໃນການລົບລ້າງກົດລະບຽບຈຳກັດອາວຸດສາກົນທີ່ພວມປະກາດໃຊ້ໃນປັດຈຸບັນ ໄດ້ເຮັດໃຫ້ ມົດສະກູ ມີຄວາມວິຕົກກັງວົນ. 
ລັດເຊຍ ມີຄວາມວິຕົກກັງວົນກ່ຽວກັບການກະທຳຂອງ ອາເມລິກາ ໃນຂົງເຂດຄວາມໝັ້ນຄົງ - ảnh 1ພາບປະກອບ/  AMN Al-Masdar News/ TTXVN)

ທ່ານ Sergei Lavrov ຖືວ່າ: ລັດເຊຍ ແລະ ອາເມລິກາ ດ້ວຍຖານະບົດບາດແມ່ນບັນດາປະເທດທີ່ມີຄວາມສາມາດບົ່ມຊ້ອນດ້ານນິວເຄຼຍໃຫຍ່ສຸດ, ແບກຫາບຄວາມຮັບຜິດຊອບພິເສດກ່ຽວກັບການຮັກສາຄວາມໝັ້ນຄົງໃນທົ່ວໂລກ. ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump, ໃນຄວາມມານະພະຍາຍາມຮັບປະກັນໃຫ້ ອາເມລິກາ ອາດຈະສະແດງໃຫ້ເຫັນກຳລັງແຮງດ້ານການທະຫານ, ໄດ້ເວົ້າເຖິງເລື່ອງຖອນຕົວອອກຈາກສົນທິສັນຍາບັນດາກຳລັງນິວເຄຼຍໄລຍະກາງ (INF). ເຈົ້າໜ້າທີ່ບາງທ່ານໃນວົງການນັກການເມືອງຢູ່ ວໍຊິງຕັນ ຊຳບໍ່ໜຳຍັງຊັ່ງຊາກໍລະນີ ອາດຈະຢຸດຕິການຕໍ່ກຳນົດເວລາໃຫ້ແກ່ສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START - 3), ເຊິ່ງຈະໝົດອາຍຸໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ