ລັດ​ເຊຍ ​ຢັ້ງ​ຢືນ​ພ້ອມ​ແລ້ວ​ທີ່​ຈະ​ສົມ​ທົບ​ກັບ​ຝ່າຍ​ຕາ​ເວັນຕົກ ກ່ຽວ​ກັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢູ່​ເອີ​ລົບ

(VOVWORLD) -ທ່ານນາງ Karen Donfried ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ຈະແບ່ງປັນກັບຄູ່ຮ່ວມມື ແລະ ພັນທະມິດ ບັນດາຂໍ້ສະເໜີທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ຢູ່ເອີລົບ ໂດຍລັດເຊຍ ຍົກອອກໃນການປຶກສາຫາລື ຢູ່ມົດສະກູ ໃນວັນທີ 15 ທັນວາ.
ລັດ​ເຊຍ ​ຢັ້ງ​ຢືນ​ພ້ອມ​ແລ້ວ​ທີ່​ຈະ​ສົມ​ທົບ​ກັບ​ຝ່າຍ​ຕາ​ເວັນຕົກ ກ່ຽວ​ກັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຢູ່​ເອີ​ລົບ - ảnh 1 ທ່ານ Sergei Ryabkov ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ (ພາບ: AFP/TTXVN)

ວັນທີ 16 ທັນວາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ຖະແຫຼງວ່າ ປະເທດນີ້ ພ້ອມແລ້ວທີ່ຈະຮ່ວມມືກັບຝ່າຍຕາເວັນຕົກ ເພື່ອສ້າງຂໍ້ສະເໜີຕໍ່ຄວາມໝັ້ນຄົງຂອງເອີລົບ, ນັບທັງບັນດາຄວາມບໍ່ລົງລອຍກັນ ລະຫວ່າງສອງຝ່າຍ. ລັດເຊຍ ກໍ່ຕີລາຄາ ເຈດຈຳນົງຂອງ ອາເມລິກາ ໃນການແບ່ງປັນບັນດາຂໍ້ສະເໜີຂອງ ລັດເຊຍ ກັບສຳພັນທະມິດ ແລະ ຄູ່ຮ່ວມມືວ່າແມ່ນບາວກ້າວເດີນມຸ່ງໄປເຖິງເຈລະຈາຢ່າງແທ້ຈິງ.

ກ່ອນໜ້ານັ້ນ ໃນວັນດຽວກັນ, ທ່ານນາງ Karen Donfried ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ຈະແບ່ງປັນກັບຄູ່ຮ່ວມມື ແລະ ພັນທະມິດ ບັນດາຂໍ້ສະເໜີທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ຢູ່ເອີລົບ ໂດຍລັດເຊຍ ຍົກອອກໃນການປຶກສາຫາລື ຢູ່ມົດສະກູ ໃນວັນທີ 15 ທັນວາ. ທີ່ການພົບປະດັ່ງກ່າວ, ທ່ານ Sergei Ryabkov ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ທ່ານນາງ Karen Donfried ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປຶກສາຫາລືລາຍລະອຽດກ່ຽວກັບບັນຫາຮັບປະກັນຄວາມໝັ້ນຄົງ ຕໍ່ລັດເຊຍ ໃນສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກທີ່ກ່ຽວຂ້ອງເຖິງການກະທຳຜັນຂະຫຍາຍການທະຫານຢູ່ເຂດຊາຍແດນຂອງຢູແກນ.

ຕອບກັບ

ຂ່າວ/ບົດ​ອື່ນ