ລັດເຊຍ ຢາກປຶກສາຫາລືກັບ ອາເມລິກາ, NATO ກ່ຽວກັບການຮັບປະກັນຄວາມໝັ້ນຄົງໂດຍໄວ

(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢືນຢັນຄືນໃໝ່ຄວາມຈຳເປັນຕ້ອງປະຕິບັດການເຈລະຈາກັບ ອາເມລິກາ ແລະ NATO ເພື່ອສ້າງການຮັບປະກັນດ້ານນິຕິກຳສາກົນໃຫ້ແກ່ຄວາມໝັ້ນຄົງຂອງ ລັດເຊຍ.
ລັດເຊຍ ຢາກປຶກສາຫາລືກັບ ອາເມລິກາ, NATO ກ່ຽວກັບການຮັບປະກັນຄວາມໝັ້ນຄົງໂດຍໄວ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: AFP/TTXVN)

ວັນທີ 14 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເລີ່ມປະຕິບັດບັນດາການເຈລະຈາກັບ ອາເມລິກາ ແລະ ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) “ກ່ຽວກັບການຮັບປະກັນຄວາມໝັ້ນຄົງ” ໃຫ້ແກ່ ລັດເຊຍ ໃນສະພາບຄວາມເຄັ່ງຕຶງປີນຂັ້ນໄດກ່ຽວຂ້ອງເຖິງ ຢູແກຼນ. ການນຳ ລັດເຊຍ ໄດ້ຍົກອອກຄຳກ່າວປາໄສດັ່ງກ່າວທີ່ການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ແຟງລັງ ທ່ານ Sauli Niinisto.

        ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢືນຢັນຄືນໃໝ່ຄວາມຈຳເປັນຕ້ອງປະຕິບັດການເຈລະຈາກັບ ອາເມລິກາ ແລະ NATO ເພື່ອສ້າງການຮັບປະກັນດ້ານນິຕິກຳສາກົນໃຫ້ແກ່ຄວາມໝັ້ນຄົງຂອງ ລັດເຊຍ. ລັດເຊຍ ກໍ່ສະເໜີໃຫ້ NATO ບໍ່ເປີດກວ້າງການເຄື່ອນໄຫວໄປທາງທິດຕາເວັນອອກ ແລະ ຜັນຂະຫຍາຍອາວຸດຢູ່ບັນດາປະເທດບ້ານໃກ້ເຮືອນຄຽງກັບ ລັດເຊຍ, ລວມທັງ ຢູແກຼນ.

        ກໍ່ທີ່ການໂອ້ລົມທາງໂທລະສັບນີ້, ການນຳ ລັດເຊຍ ແລະ ແຟງລັງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເພີ່ມທະວີການຮ່ວມມືໃນພາກພື້ນ, ລວມທັງຢູ່ຂົ້ວໂລກເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ