ລັດ​ເຊຍ - ອິນ​ເດຍ - ຈີນ ສະໜັບສະໜູນການ​ກໍ່ສ້າງ​ສາຍ​ພົວພັນ​ບົນ​ພື້ນຖານ​ເຄົາລົບ​ກົດໝາຍສາກົນ

(VOVWORLD) -3 ປະເທດ ຍາມໃດກໍສະໜັບສະໜູນການກໍ່ສ້າງບັນດາສາຍພົວພັນລະຫວ່າງບັນດາປະເທດບົນພື້ນຖານເຄົາລົບກົດໝາຍສາກົນ ທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງ, ເພື່ອແນໃສ່ຮັບປະກັນສະຖຽນລະພາບໃນທົ່ວໂລກ ແລະ ວັດທະນາຖາວອນລວມ.

        ກ່າວຄໍາເຫັນໄຂກອງປະຊຸມອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ - ອິນເດຍ - ຈີນ, ໃນວັນທີ 23 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Lavrov ຢັ້ງຢືນວ່າ 3 ປະເທດ ຍາມໃດກໍສະໜັບສະໜູນການກໍ່ສ້າງບັນດາສາຍພົວພັນລະຫວ່າງບັນດາປະເທດບົນພື້ນຖານເຄົາລົບກົດໝາຍສາກົນ ທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງ, ເພື່ອແນໃສ່ຮັບປະກັນສະຖຽນລະພາບໃນທົ່ວໂລກ ແລະ ວັດທະນາຖາວອນລວມ.

        ລັດຖະມົນຕີການຕ່າງປະເທດລັດເຊຍ ເຊື່ອໝັ້ນວ່າ ການນໍາໃຊ້ຄວາມສາມາດບົ່ມຊ້ອນຂອງທັງ 3 ປະເທດ ຈະສືບຕໍ່ສວມບົດບາດສໍາຄັນໃນການຮັກສາສະຖຽນລະພາບສໍາລັບບັນດາບັນຫາໂລກ, ຊ່ວຍປະຊາຄົມສາກົນແກ້ໄຂຫຼາຍບັນຫາຮີບດ່ວນຂອງຍຸກສະໄໝຢ່າງມີປະສິດທິຜົນ ແລະ ສ້າງບັນດາຫຼັກການຫຼາຍຝ່າຍ.

        ເມື່ອເຕື້ອງເຖິງສິ່ງທ້າທາຍທີ່ພວມປະເຊີນໜ້າໃນປັດຈຸບັນ ເປັນຕົ້ນແມ່ນໂລກລະບາດໂຄວິດ - 19, ການຕໍ່ສູ້ຕ້ານລັດທິກໍ່ການຮ້າຍສາກົນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Lavrov ຖືວ່າ ໃນສະພາບການສັບສົນຄືໃນປັດຈຸບັນ, ປະຊາຄົມສາກົນຕ້ອງສາມັກຄີ ແລະ ເປັນເອກະພາບກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ