ລັດເຊຍ ຮຽກຮ້ອງ ອາເມລິກາ ໃຫ້ຫຼັກຖານກ່ຽວກັບການແຊກແຊງເຂົ້າໃນການເລືອກຕັ້ງ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຮຽກຮ້ອງ ອາເມລິກາ ໃຫ້ຫຼັກຖານທີ່ກ່ຽວຂ້ອງເຖິງບັນດາຄຳກ່າວຫາທີ່ຖືວ່າ:
ລັດເຊຍ ຮຽກຮ້ອງ ອາເມລິກາ ໃຫ້ຫຼັກຖານກ່ຽວກັບການແຊກແຊງເຂົ້າໃນການເລືອກຕັ້ງ - ảnh 1 ທ່ານປະທານາທິບໍດີ Vladimir Putin (ພາບ: Newscult)

ບັນດາພົນລະເມືອງ ລັດເຊຍ ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2016. ໃນການຕອບສຳພາດຕໍ່ຊ່ອງໂທລະພາບ NBC TV ຊຶ່ງອອກອາກາດໃນຕອນຄ່ຳວັນທີ 02 ມີນາ, ທ່ານປະທານາທິບໍດີ Vladimir Putin ສະເໜີ ອາເມລິກາ ຈົ່ງໃຫ້ບັນດາເອກະສານ ແລະ ຂໍ້ມູນຂ່າວແກ່ຝ່າຍ ລັດເຊຍ.

        ຖະແຫຼງການດັ່ງກ່າວ ຖືກການນຳ ລັດເຊຍ ຍົກອອກມາ ພາຍຫລັງໃນເດືອນກຸມພາ, ຫ້ອງການຂອງເຈົ້າໜ້າທີ່ໄອຍະການພິເສດ ອາເມລິກາ Robert Mueller ກ່າວຫາພົນລະເມືອງ 13 ຄົນ ແລະ ວິສາຫະກິດ 3 ແຫ່ງຂອງ ລັດເຊຍ ໄດ້ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ