ລັດເຊຍ ຮຽກຮ້ອງບັນດາຝ່າຍໃນການປະທະກັນຢູ່ Nagorno-Karabakh ເຄົາລົບຄຳສັ່ງຢຸດຍິງ

(VOVWORLD) - ວັນທີ 12 ຕຸລາ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ເນັ້ນໜັກວ່າ ບັນດາກຳລັງ ອາກເມນີ ແລະ ອາແຊກໄບຊານ ເຄົາລົບຄຳສັ່ງຢຸດຍິງຢູ່ Nagorno-Karabakh  ທີ່ຫາກໍ່ບັນລຸໄດ້ໃນທ້າຍອາທິດຜ່ານມາ ແມ່ນສິ່ງ “ສຳຄັນກ່ວາໝູ່ໝົດ”. ທ່ານ Peskov ກໍ່ໃຫ້ຮູ້ວ່າ: ວັງ Kremlin ພວມຕິດຕາມບັນດາການຜັນແປໃນສະພາບເນື້ອທີ່ຕົວຈິງ.
ລັດເຊຍ ຮຽກຮ້ອງບັນດາຝ່າຍໃນການປະທະກັນຢູ່ Nagorno-Karabakh ເຄົາລົບຄຳສັ່ງຢຸດຍິງ - ảnh 1 ການປະທະກັນຢູ່ Nagorno-Karabakh (ພາບ: Reuters)

ກ່ອນໜ້ານັ້ນ, ວັນທີ 09 ຕຸລາ, 2 ຝ່າຍບັນລຸໄດ້ຄຳສັ່ງຢຸດຍິງພາຍຫລັງດຳເນີນການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ ອາກເມນີ ແລະ ອາແຊກໄບຊານ ຢູ່ ມົດສະກູ ເປັນເວລາ 11 ຊົ່ວໂມງ, ໂດຍທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຮັກສາບົດບາດເປັນກາງ. ນັບແຕ່ເມື່ອມີຜົນສັກສິດໃນວັນທີ 10 ຕຸລາ ເປັນຕົ້ນມາ, ຄຳສັ່ງຢຸດຍິງ ບໍ່ໄດ້ຮັບຄວາມເຄົາລົບປະຕິບັດຕາມ ເມື່ອທັງ 2 ຝ່າຍກ່າວຫາເຊິ່ງກັນ ແລະ ກັນລະເມີດຢ່າງຮ້າຍແຮງ ແລະ ປະຕິບັດບັນດາເຫດບຸກໂຈມຕີແນໃສ່ສາມັນຊົນ.

ແລະກໍ່ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ຕວັກກີ ປະກາດວ່າ ທ່ານລັດຖະມົນຕີ Hulusi Akar ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງລັດເຊຍ Sergei Shoigu, ໃນນັ້ນ ເນັ້ນໜັກວ່າ ບັນດາກຳລັງ ອາກເມນີ ຕ້ອງຖອນກຳລັງອອກຈາກຜືນແຜ່ນດິນ ອາແຊກໄບຊານ ໃນທັນທີ ແລະ ຢຸດຕິບັນດາການບຸກໂຈມຕີເລັ່ງໃສ່ສາມັນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ