ລັດເຊຍ ແລະ ຈີນ ໃຫ້ຄຳໝັ້ນສັນຍາ ເພີ່ມທະວີການຮ່ວມມືສອງຝ່າຍ

ລັດເຊຍ ແລະ ຈີນ ໃຫ້ຄຳໝັ້ນສັນຍາ     ເພີ່ມທະວີການຮ່ວມມືສອງຝ່າຍ - ảnh 1
ປະທານາທິບໍດີ ລັດ​ເຊຍ Vladimir Putin  ແລະ ​ປະທານ     ​ປະ​ເທດ ຈີນ ຮູ່ຈີນ​ເທົ່າ
ພາບ:xaluan.com


(vovworld) - ວັນ​ທີ 5/6, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ສປ ຈີນ​ ຢ່າງ​ເປັນ​ທາງ​ການ, ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ຈີນ ຮູ່ຈີນ​ເທົ່າ ຢູ່ ນະຄອນຫລວງ ປັກ​ກີ່​ງ, ​ໃນ​ນັ້ນ ສອງ​ຝ່າຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັດ​ແຫນ້ນ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ເຫັນ​ດີ ສືບ​ຕໍ່​ຖື​ການ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ທິດ​ທາງ​ບຸລິມະສິດ​ຕົ້ນຕໍ​​ໃນ​ຂົງ​ເຂດ​ການ​ທູດ​ຂອງ​ແຕ່ລະ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ​ຈີນ ຮູ່ຈີນ​ເທົ່າ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງ ລັດ​ເຊຍ ​ແລະ ຈີນ ​​​ເຊິ່ງຮັກສາ​​ໄດ້​ທ່າ​ພັດທະນາ​ເປັນ​ປົກກະຕິ, ປອດ​ໄສ ​ແລະ ຕັ້ງຫນ້າ​ໃນ​ຊຸມ​ປີຜ່ານມາ ຍ້ອນ​ມີ​ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ຝ່າຍ. ສ່ວນ​ທ່ານ​ປະທານາທິບໍດີ ລັດ​ເຊຍ Putin ຖື​ວ່າ: ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ ລັດ​ເຊຍ ​ແລະ ຈີນ ​ແມ່ນ​ສະ​ເໝີ​ກັນ​ໃນ​ຫລາຍ​ຂົງ​ເຂດ. ທ່ານ​ປະທານາທິບໍດີ ລັດ​ເຊຍ Putin ​ເນັ້ນ​ຫນັກ​ວ່າ: ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ສອງ​ປະ​ເທດ​ຖືກ​ຍົກ​ຂຶ້ນສູ່​ລະດັບ​ສູງ​ໃຫມ່ ​ແລະ ລັດ​​ເຊຍ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ເພີ່ມ​ພູນ​ຄູນ​ສ້າງ  ສາ​ຍພົວພັນ​ຮ່ວມ​ມື​ນີ້​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ. ​ໃນ​ວັນ​ດຽວ​ກັນ, ລັດ​ເຊຍ ​ແລະ ຈີນ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ 12 ສະບັບ​ກ່ຽວ​ກັບ​ການ​ທູດ ​ແລະ ​ເສດຖະກິດ ​ເພື່ອ​ຊຸກຍູ້​ການ​ຄ້າ​ສອງ​ຝ່າຍ ​ແລະ ລົງ​ນາມ​ໃນ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ກອງ​ທຶນ​ຮ່ວມ​ລວມມູນ​ຄ່າ 4 ຕື້ USD.

 

ຂ່າວ/ບົດ​ອື່ນ