ລັດເຊຍກ່າວເຕືອນຜົນຮ້າຍຢ້ອນຫລັງຈາກບັນດາມາດຕະການລົງໂທດໃຫມ່ຂອງຝ່າຍຕາເວັນຕົກ

ລັດເຊຍກ່າວເຕືອນຜົນຮ້າຍຢ້ອນຫລັງຈາກບັນດາມາດຕະການລົງໂທດໃຫມ່ຂອງຝ່າຍຕາເວັນຕົກ - ảnh 1
ປະທານາທິບໍດີ ລັດເຊຍ V.Putin


(vovworld)- ​ ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່​ບໍ່​ເຄີ​ຍມີມາກອ່ນ​ ຊື່​ງອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ແນ​ໃສ່ ລັດ​ເຊຍ ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ ຢູ​ແກຼນ ​ແມ່ນ​ການ​ກະທຳ​ທົບຕີຕົນເອງ ​ສຳລັບ ອາ​ເມ​ລິ​ກາ ​ແລະ ຈະ​ພາ​ໄປ​ເຖິງ​ການ​ເພີ່​ມລາຄາ​ພະລັງງານ​ຢູ່ ​ເອີ​ລົບ. ວັນ​ທີ 30/7, ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ຍົກ​ອອກ​ຄຳ​ກ່າວ​ເຕືອນ​ດັ່ງກ່າວ ພາຍຫລັງ ສະຫະພາບ​ເອີ​ລົບ (ອີ​ຢູ) ​ແລະ ອາ​ເມ​ລິ​ກາ ປະກາດ​ບັນດາ​ມາດ​ຕະການ​ປັບ​ໄຫມ​ລົງ​ໂທດ​ທີ່​ແຂງ​ກະດ້າງ​ທີ່​ສຸດ ສຳລັບ​ມົດ​ສະ​ກູ ນັບ​ແຕ່​ເມື່ອ​ສົງຄາມ​ເຢັນ​ເກີດ​ຂຶ້ນ. ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ຖື​ວ່າ: ອາ​ເມ​ລິ​ກາ ພວມ​ຍິງໃສ່​ຕົນ​ເອງ ​ເມື່ອ​ ລົງ​ໂທດ​ລັດ​ເຊຍ ຍ້ອນ​ບັນດາ​ນະ​ໂຍບາຍ​ເອກະລາດ​ຂອງ ວັງ Kremlin ຊື່​ງວໍ​ຊິງ​ຕັນ ຮູ້ສຶກ​ບໍ່​ພຶງ​ພໍ​ໃຈ. ລັດ​ເຊຍ ຢືນຢັນ​ວ່າ: ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ ອາ​ເມ​ລິ​ກາ ຈະ​ບໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃດ ນອກຈາກ​ເຮັດ​ໃຫ້​ການ​ພົວພັນ​ສອງ​ຝ່າຍ​ສັບສົນຂຶ້ນ​ຕື່ມ ​ແລະ ສ້າງ​​ເປັນພື້ນຖານ​​ທີ່ໄຮ້​ຜົນປະ​ໂຫຍ​ດ​ໃນ​ບັນດາ​ບັນຫາ​ສາກົນ. ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ກໍ​ຕຳ​ໜິຕິ​ຕຽນ ອີ​ຢູ ບໍ່ສະ​ແດງ​ໃຫ້​ເຫັນ​ບົດບາດ​ເອກະລາດ​ໃນ​ບັນດາ​ບັນຫາ​ສາກົນ ພ້ອມ​ທັງ​ໃຫ້​ຮູ້​ວ່າ ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ​ເອີ​ລົບ ຈະ​ຖືກ​ຜົນຮ້າຍ​ຢ້ອນ​ຫລັງຈາກ​ບັນດາ​ມາດ​ຕະການ​​ລົງ​ໂທດທີ່ເລັ່ງ​​ໃສ່​ບັນດາ​ເຂດ​ຕົ້ນຕໍ​ໃນ​ພື້ນຖານ​ເສດຖະກິດ​ລັດ​ເຊຍ ຄື: ພະລັງງານ, ອາວຸດ ​ແລະ ການ​ເງິ​ນ.

ຂ່າວ/ບົດ​ອື່ນ