ລັດເຊຍຈະບໍ່ປຸກລະດົມສົງຄາມກັບຢູແກຼນ

(VOVWORLD) -ວັນທີ 17 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໃຫ້ຄຳໝັ້ນສັນຍາວ່າ ມົດສະກູ ຈະບໍ່ປຸກລະດົມສົງຄາມກັບ ກີແອບ, ໂດຍບໍ່ຫົວຊາຕໍ່ບັນດາການເກາະຜິດທີ່ສືບຕໍ່ເພີ່ມຂຶ້ນຈາກຝ່າຍຢູແກຼນ.

ລັດເຊຍຈະບໍ່ປຸກລະດົມສົງຄາມກັບຢູແກຼນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov

(ພາບ: AFP/TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ Komsomolskaya, ທ່ານ Sergei Lavrov ຖືວ່າ, ກີແອບ ຈະສືບຕໍ່ດຳເນີນບັນດາການກະທຳເກາະຜິດຢູ່ເຂດຊາຍແດນລະຫວ່າງ 2 ປະເທດ ແລະ ໄດ້ຮັບຂໍ້ມູນຂ່າວວ່າ ທ່ານປະທານາທິບໍດີຢູແກຼນ Petro Poroshenko ພວມສ້າງແຜນການກໍ່ໃຫ້ເກີດເຫດ ເກາະຜິດໃນທ້າຍເດືອນທັນວານີ້. ທ່ານຖະແຫຼງວ່າ, ລັດເຊຍ ຈະມີການໂຕ້ຕອບທີ່ແຂງກະດ້າງໃນກໍລະນີທ່ານປະທານາທິບໍດີ Poroshenko ດຳເນີນແຜນການຄືດັ່ງກ່າວ. ທ່ານ Sergei Lavrov ຢືນຢັນວ່າ, ບໍ່ຈຳເປັນຕ້ອງຕັດຕອນການພົວພັນທາງການທູດກັບຢູແກຼນ, ຍ້ອນວ່າ “ປະຊາຊົນຢູແກຼນ ບໍ່ແມ່ນເປົ້າໝາຍຖືກຕຳໜິຕິຕຽນ”.

ຕອບກັບ

ຂ່າວ/ບົດ​ອື່ນ