ລັດເຊຍຖະແຫຼງໂຕ້ຕອບການແຜ່ຂະຫຍາຍຂອງນາໂຕ

ລັດເຊຍຖະແຫຼງໂຕ້ຕອບການແຜ່ຂະຫຍາຍຂອງນາໂຕ - ảnh 1
ທ່ານ​ລັດຖະມົນຕີ​​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov
(ພາບ:ສຳນັກຂ່າວສານຫວຽດນາມ)

(vovworld) – ວັນ​ທີ 6/6, ທ່ານ​ລັດຖະມົນຕີ​​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ຖະ​ແຫຼ​ງ ລັດ​ເຊຍ ບໍ່​ຖື​ການ​ຄົງ​ຕົວ​ຂອງ​ອົງການ ນາ​ໂຕ ​ແມ່ນ​ໄພ​ນາບ​ຂູ່, ຫາກ​ບັນດາ​ການ​ກະທຳ​ຂອງ​ພັນທະ​ມິດ​ການ​ທະຫານ​ນີ້​ແມ່ນ​ສິ່ງ​ທີ່ເຮັດ​ໃຫ້ ມົດ​ສະ​ກູ ມີ​ຄວາມ​ວິຕົກ​ວັງ​ວົນ. ຕາມ​ທ່ານ​ລັດຖະມົນຕີ​ Lavrov ​ແລ້ວ, ທັ​ດສະ​ນະ​ຂອງ ລັດ​ເຊຍ​ ກ່ຽວ​ກັບ​ການ “​ແຜ່​ຂະຫຍາຍ” ຂອງ​ນາ​ໂຕ ​ແລະ ການພັນທະ​ມິດ​ນີ້​ພັດທະນາ​ອັນ​ທີ່​ເອີ້ນ​ວ່າ “​ໂຄງການ​ຄູ່ຮ່ວມ​ມື” ດ້ວຍ​ວິທີ​ຜັນ​ຂະຫຍາຍ​ພື້ນຖານ​ໂຄງ​ລ່າງ​ການ​ທະຫານ​ຢູ່​ບັນ​ດາ​ປະ​ເທດ​​ຕິດກັບ ລັດ​ເຊຍ ​ແລະ ດ​ຳ​ເນີນ​ບັນດາ​ການ​ຊ້ອມ​ຮົບ, ​ແມ່ນ​ບໍ່​ປ່ຽນ​ແປ​ງ. ທ່ານ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ວ່າ​ໜຶ່ງ​ໃນ​ບັນດາ​ໄພ​ນາບ​ຂູ່​ຕົ້ນ​ຕໍ​ສຳລັບ​ຄວາມ​ປອດ​ໄພ​ຂອງ​ລັດ​ເຊຍ ​ແມ່ນ​ເລື່ອງ ນາ​ໂຕ ສືບ​ຕໍ່​ເປີດ​ກ້ວາງ​​ໄປສູ່​ທາງ​ທິດຕາ​ເວັນ​ອອກ. ທ່ານ​ລັດຖະມົນຕີ Lavrov ກໍ່​ປະກາດ​ວ່າ: ລັດ​ເຊຍ ຈະ​ນຳ​ໃຊ້​ສິດ​ອະທິປະ​ໄຕ​ຂອງ​ຕົນ​ເພື່ອ​ໂຕ້​ຕອບ​ບັນດາ​ການ​ກະທຳ​ຂອງ ນາ​ໂຕ ​ໂດຍ​ຜ່ານ​ບັນດາ​ມາດ​ຕະການ​ທີ່ເໝາະ​ສົມ​ກັບ​ບັນດາ​​ໄພ​ນາບ​ຂູ່​ທີ່​ມີ​ຢູ່​ແລ​້ວເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ໝັ້ນຄົງແຫ່ງ​ຊາດ.


ຂ່າວ/ບົດ​ອື່ນ