ລັດເຊຍນຳໃຊ້ມາດຕະການໂຕ້ຕອບເສດຖະກິດສຳລັບຢູແກຼນ

ລັດເຊຍນຳໃຊ້ມາດຕະການໂຕ້ຕອບເສດຖະກິດສຳລັບຢູແກຼນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev
(ພາບ: ອິນເຕີແນັດ)

(vovworld) – ວັນ​ທີ 21/12, ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev ​ໄດ້​ເຊັນ​ຂໍ້​ຕົກລົງ​ນຳ​ໃຊ້​ຂໍ້​ກຳນົດ (MFN) ​ແທນ​ທີ​່ສັນຍາ​​ເຂດການ​ຄ້າ​ເສລີ​ກັບ ຢູ​ແກຼນ , ກໍ​ຄື​ນຳໃຊ້​ບັນດາ​ມາດ​ຕະການ​ໂຕ້​ຕອບ​ເສດຖະກິດ​ສຳລັບ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ນີ້ ​ນັບແຕ່​ຕົ້ນ​ປີ 2016. ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ວັນ​ທີ 01/01/2016 ​ເປັນ​ຕົ້ນ​ໄປ ລັດ​ເຊຍ ຈະ​ນຳ​ໃຊ້​ລະ​ບອບ​ອັດຕາພາ​ສີ​ນຳ​ເຂົ້າ​ກັບ

ຢູ​ແກຼນ ຕາມ​ສາລະບານພາສີ​ລວມຂອງພັນທະ​ມິດ​ເສດຖະກິດ ອີ​ຊີ - ​ເອີ​ລົບ (EAES), ຊຶ່ງມີ​ຄວາມ​ໝາຍວ່າ ຢູ​ແກຼນ ຈະ​ໄດ້​ຊົມ​ໃຊ້​ຂໍ້​ກຳນົດ ​ໂດຍ​ບໍ່​ມີ​ບຸລິມະສິດ​ໃດໆ​ຄືກ່ອນ​ໜ້າ​ນີ້. ​ແລະ​ ນັບແຕ່​ວັນ​ທີ 1/1/2016, ລັດ​ເຊຍ ຈະ​ນຳ​ໃຊ້​ບັນດາ​ມາດ​ຕະການ​ໂຕ້​ຕອບ​ສຳລັບ ຢູ​ແກຼນ ​ໃນ​ຂົງ​ເຂດ​ເສດຖະກິດ ຍ້ອນ​ວ່າ​ປະ​ເທດ​ນີ້ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ມາດ​ຕະການລົງ​ໂທດ ລັດ​ເຊຍ ຂອງ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ອາ​ເມ​ລິ​ກາ.

 

ຂ່າວ/ບົດ​ອື່ນ