ລັດເຊຍຮຽກຮ້ອງຢູແກຼນຢຸດຕິບັນດາບັ້ນຮົບການທະຫານຢູ່ເຂດຕາເວັນອອກສ່ຽງໃຕ້

ລັດເຊຍຮຽກຮ້ອງຢູແກຼນຢຸດຕິບັນດາບັ້ນຮົບການທະຫານຢູ່ເຂດຕາເວັນອອກສ່ຽງໃຕ້ - ảnh 1
ທ່າ​ນປະ​ທາ​ນາ​ທິບໍດີ ລັດ​ເຊຍ Vladimir Putin

(vovworld) –  ລັດ​ເຊຍ​ຮຽກຮ້ອງ​ຢູ​ແກຼນຢຸດຕິ​ບັນດາ​ບັ້ນ​ຮົບ​ການ​ທະ​ຫານ​ຢູ່​ເຂດ​ຕາ​ເວັນ​ອອກສ່ຽງ​ໃຕ້ - ທ່າ​ນປະ​ທາ​ນາ​ທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ຮຽກຮ້ອງຄື​ດັ່ງກ່າວ​ພາຍຫຼັງ​ການ​ພົບ​ປະ​ກັບທ່ານ Didier Burkhalter, ​ປະທານາທິບໍດີ ສະ​ວິດ ທັງ​ເປັນ​ປະທານ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຮ່ວມ​ມື​ເອີ​ລົບ (OSCE) ​ໃນ​ວັນ​ທີ 7/5 ຢູ່​ມົດ​ສະ​ກູ. ຜູ້ນຳ​ປະ​ເທດ ລັດ​ເຊຍ ຢືນຢັນ​ມາດ​ຕະການ​ນຳ​ໃຊ້​ດ້ານການ​ທະ​ຫານ​ບໍ່​ແມ່ນ​ເສັ້ນທາງ​ປອດ​ໄພ​ເພື່ອ​ແກ້​ໄຂ​ທຸກໆ​ການ​ປະ​ທະ​ກັນ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດ ​ຫາກຈະ​ເຮັດ​ໃຫ້​ສະພາບ​ການ​ຮ້າຍ​ແຮງ​ກ່ວາ​ອີກ​ເທົ່າ​ນັ້ນ. ທ່ານ​ປະທານາທິບໍດີ ລັດ​ເຊຍ Putin ກໍ່​ສະ​ເໜີ​ບັນດາ​ຜູ້​ສະໜັບສະໜູນ​ການ​ຫັນ​ ຢູ​ແກຼນ ເປັນສະຫະພັນ​ ​ໂຈະ​ເວລາ​ດຳ​ເນີນ​ການ​ລົງ​ປະ​ຊາ​ມະຕິຄືນ, ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 11/5 ​ໄວ້​ເພື່ອ​ແນ​ໃສ່​ກຳນົດ​ອະນາຄົດ​ຂອງ​ເຂດ​ຕາ​ເວັນ​ອອກສ່ຽງ​ໃຕ້ ຂອງ​ປະ​ເທດ​ນີ້,​ ​ເພື່ອ​ສ້າງ​ບັນດາ​ເງື່ອ​ນ​ໄຂ​ຈຳ​ເປັນ​ໃຫ້​ແກ່​ການ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ. ສ່ວນ​ທ່ານ​ປະທານ OSCE Burkhalter ຖື​ວ່າ: ການຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ໃນ​ປະຈຸ​ບັນ​ລະຫວ່າງ​ປະຊາຊົນ ຢູ​ແກຼນ ​ນຳ​ກັນແມ່ນ​ສຳຄັນ​ທີ່​ສຸ​ດ ​ແຕ່​ວ່າ​ມາ​ຮອດ​ປະຈຸ​ບັນ ຍັງ​ບໍ່​ທັນ​ມີ​ແຜນການ​ຈັດ​ຕັ້ງ​ກອງ​ປະຊຸມ​ ​Geneva ຄັ້ງ​ທີ 2 ກ່ຽວ​ກັບ ຢູ​ແກຼນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ການ​ປຶກສາ​ຫາລື ຢູ່​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ບັນຫາ ຢູ​ແກຼນ, ບັນດາ​ພັກ​ຝ່າຍ ​ໃນ​ສະພາ​ແຫ່ງ​ຊາດ ​ເຢຍລະ​ມັນ ຖື​ວ່າ: ການ​ນຳ​ໃຊ້​ກອງທັບ ​ເພື່ອ​ແກ​້​ໄຂ​ວິ​ກິດ​ການຈະ​ພາ​ໄປ​ເຖິງ​ບັນດາ​ໄພພິບັດ​​ໃຫຍ່​ຫຼວງກ່ວາ​ອີກ.

        ກໍ່​ກ່ຽວ​ຂ້ອງ​ເຖິງ​ສະພາບ​ການ​ຢູ​ແກຼນ, ວັນ​ທີ 7/5, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອຳນາດ​ການ​ປົກຄອງຂອງ​ປະທານາທິບໍດີ Barack Obama 3 ທ່ານ ​ໄດ້​ອະພິປາຍ​ຕໍ່ໜ້າ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ທຳນຽບຂາວ​ສຳລັບ​ວິ​ກິດ​ການ​ຢູ່​ປະ​ເທດ ​ເອີ​ລົບ ຕາ​ເວັນ​ອອກ​ນີ້.

 


ຂ່າວ/ບົດ​ອື່ນ