ລັດເຊຍ,ເຢຍລະມັນຕຳໜິຕິຕຽນນະໂຍບາຍລົງໂທດຂອງອາເມລິກາ

(VOVWORLD) -ພາຍຫຼັງມາດຕະການລົງໂທດທຳອິດເຊິ່ງອາເມລິກາ ຈັດວາງແນໃສ່ລັດເຊຍ ຍ້ອນເຫດວາງຢາເບື່ອອະດີດນັກສືບລາຊະການລັບລັດເຊຍ ຢູ່ອັງກິດ ເລີ່ມມີຜົນສັກສິດ, ວັນທີ 27 ສິງຫາ, ວັງ Kremlin ຖະແຫຼງວ່າ ໂດຍບໍ່ວ່າປະຕິກິລິຍາໃດໆຂອງທ່ານປະທານາທິບໍດີລັດເຊຍ Vladimir Putin ລ້ວນແຕ່ເໝາະສົມກັບຜົນປະໂຫຍດແຫ່ງຊາດ.

ລັດເຊຍ,ເຢຍລະມັນຕຳໜິຕິຕຽນນະໂຍບາຍລົງໂທດຂອງອາເມລິກາ - ảnh 1 ອະດີດນັກສືບລາຊະການລັບລັດເຊຍ

(ພາບປະກອບ: URI SENATOROV/AFP/Getty Images)

ວັງ Kremlin ໃຫ້ຮູ້ວ່າ ຕ້ອງມີເວລາຕື່ມອີກເພື່ອຕີລາຄາຜົນກະທົບຂອງບັນດາມາດຕະການລົງໂທດຂອງອາເມລິກາ ກ່ອນທີ່ຈະຊັ່ງຊາບັນດາປະຕິກິລິຍາ. ເຖິງຢ່າງໃດກໍ່ຕາມ, ຖະແຫຼງການຢືນຢັນວ່າ, ທ່ານປະທານາທິບໍດີ Vladimir Putin ຈະມີການກະທຳທີ່ເໝາະສົມກັບຜົນປະໂຫຍດແຫ່ງຊາດ.

        ໃນຂະນະນັ້ນ, ກະຊວງການຕ່າງປະເທດລັດເຊຍ ກໍ່ຢືນຢັນວ່າ ມາດຕະການລົງໂທດໃໝ່ຂອງອາເມລິກາ ຈະບໍ່ສາມາດບັງຄັບໃຫ້ລັດເຊຍ ປ່ຽນແປງເສັ້ນທາງທີ່ໄດ້ເລືອກເຟັ້ນໄວ້, ເຊິ່ງແມ່ນການຕັດສິນໃຈປົກປັກຮັກສາຜົນປະໂຫຍດແຫ່ງຊາດຢ່າງເດັດດ່ຽວນັ້ນ, ຫາກພຽງເຮັດໃຫ້ການເຈລະຈາລະຫວ່າງ 2 ປະເທດກ່ຽວກັບບັນດາບັນຫາ, ນັບທັງກົນໄກຫຼາຍຝ່າຍ ແລະ 2 ຝ່າຍປະສົບກັບຄວາມຫຍຸ້ງຍາກກວ່າເທົ່ານັ້ນ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Maas ຖືວ່າ, ນະໂຍບາຍລົງໂທດຂອງອາເມລິກາ ທີ່ແນໃສ່ປະເທດອື່ນໆ, ເຊິ່ງເຄີຍແມ່ນບັນດາຄູ່ຮ່ວມມືຂອງສະຫະພາບເອີລົບ (EU), ບັງຄັບໃຫ້ເອີລົບ ຕ້ອງມີປະຕິກິລິຍາ. ທ່ານ Heiko Maas ກໍ່ໃສ່ໃຈວ່າ, EU ພວມຊອກຫາວິທີພັດທະນາບັນດາລະບອບລະບຽບການເອກະລາດກັບອາເມລິກາ, ໂດຍສະເພາະແມ່ນກອງທຶນເງິນຕາເອີລົບ ແລະ ສ້າງລະບົບລາຍຈ່າຍຊ່ວຍໃຫ້ເຂົາເຈົ້າສາມາດປົກປ້ອງບັນດາການພົວພັນດຳເນີນທຸລະກິດກັບອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ