ລຸ້ນໜຸ່ມຈະສືບທອດ,ເສີມຂະຫຍາຍນ້ຳໃຈມິດຕະພາບຫວຽດນາມ-ຈີນ

ລຸ້ນໜຸ່ມຈະສືບທອດ,ເສີມຂະຫຍາຍນ້ຳໃຈມິດຕະພາບຫວຽດນາມ-ຈີນ - ảnh 1
(ງານ​ພົບ​ປະ​ມິດຕະພາບ​ຊາວ​ໜຸ່ມ​ຫວຽດນາມ - ຈີນ ຄັ້ງ​ທີ 16)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 06/11, ຢູ່​​ຮ່າ​ໂນ້ຍ, ທ່ານ​ເຂ​ລາທິການ​ໃຫຍ່, ປະທານ​ປະ​ເທດຈີນ ສີ​ຈີ້​ນຜິ​ງ ​ແລະ ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ມິດຕະພາບ​ຊາວ​ໜຸ່ມ​ຫວຽດນາມ - ຈີນ ຄັ້ງ​ທີ 16 ​ແລະ ​ຜູ້​ຊົງ​ຄຸນ​ວຸດ​ທິ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ວ່າ.

      “ຫວຽດນາມ ​ແລະ ຈີ​ນ ມີລະ​ບອບ​ການ​ເມືອງ​ທີ່ຄ້າຍຄື​ກັນ ​ແລະ ພວມ​ຢູ່​ໃນ​​ໄລຍະ​ພັດທະນາ​ສຳຄັນ. ກິດຈະການ​ປ່ຽນ​ໃໝ່, ​ການເຊື່ອມ​ໂຍງ ​ແລະ ການປະຕິ​ຮູບ​​ເປີດປະຕູ​ຢູ່​ແຕ່ລະ​ປະ​ເທດ​ພວມ​​ໄດ້​ຮັບ​ໄຊຊະນະທີ່​ຍິ່ງ​ໃຫຍ່​ຫຼາຍຢ່າງ​, ມີ​ຄວາມ​ໝາຍປະຫວັດສາດ, ​ແຕ່​​ການ​ເດີນທາງໃນ​ພາຍພາກໜ້າ​ຍັງ​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ​ແລະ ໜ້າ​ທີ່ ທີ່​ໄດ້​ວາງ​ອອກ​ກໍ່​ໜັກໜ່ວງ​ທີ່​ສຸດ. ນັ້ນ​ບໍ່ພຽງ​ແຕ່​ແມ່ນ​ພາລະກິດ​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນ​ຄວາມ​ຫວັງ​ທີ່​ສັກກະ​ລະບູຊາຂອງ 2 ຊາດ. ​​ໄວ​ໜຸ່ມ​ແມ່ນ​ເຈົ້າ​ຂ້ອງ​ໃນ​ອະນາຄົດ​ຂອງ​ແຕ່ລະ​ປະ​ເທດ, ຕ້ອງ​ແມ່ນ​ກຳລັງ​ແກ່ນສານ, ຕົ້ນ​ຕໍ, ​ເປັນ​ເຈົ້າ​ການຫັນ​ຄວາ​ມມຸ່ງ​ຫວັງ​ອັນ​ໃຫຍ່​ຫຼວງ​ຂອງ​ແຕ່​ລະ​ຊາດ​ນັ້ນໃຫ້​ປະກົດ​ຜົນ​ເປັນ​ຈິງ”.

      ສ່ວນທ່ານ​ເຂ​ລາທິການ​ໃຫຍ່, ປະທານ​ປະ​ເທດຈີນ ສີ​ຈີ້​ນຜິ​ງ ​ເນັ້ນ​ໜັກ​ວ່າ, ຈີນ ຈະ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຕະຫຼອດ​ໄປຂອງ​ຫວຽດນາມ, ​ເປັນຄູ່​ຮ່ວມ​ມືທີ່​ຈິງ​ໃຈ​ຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ. ​ເລື່ອງ​ປະຕິບັດ​ຄວາມ​ໄຝ່ຝັນ​ຂອງ 2 ປະ​ເທດ ຮຽກຮ້ອງ​​ໃຫ້​ປະຊາຊົນ, ພິ​ເສດ​ແມ່ນ​ໄວ​ໜຸ່ມ 2 ປະ​ເທດ​ຕ້ອງ​ມານະ​ພະຍາຍາມສູ້​ຊົນ​ຢ່າງ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ ​ແລະ ​ໄວ​ໜຸ່ມ​ຈະ​ແມ່ນ​ຜູ້​ສືບ​ທອດ ​ແລະ ​ເຊື່ອມ​ຕໍ່​ນ້ຳ​ໃຈມິດຕະພາບ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ