ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງວັກ​ຊິນ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຄົນ

(VOVWORLD) -“ລະດົມທຸກແຫຼ່ງກຳລັງໃນສັງຄົມເພື່ອຮັບປະກັນແຫຼ່ງວັກຊິນໃຫ້ແກ່ປະຊາຊົນທຸກຄົນ  ແນໃສ່ຕ້ານໂລກລະບາດຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ”.

 ນີ້ແມ່ນເນື້ອໃນທີ່ບັນດາການນຳໄດ້ເນັ້ນໜັກເຖິງໃນການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ບັນດາຍຸດທະສາດໃໝ່ໃນການຕ້ານໂລກລະບາດ ແລະ ການພັດທະນາເສດຖະກິດ” ໂດຍປະຕູຖານຂໍ້ມູນຂ່າວສານເອເລັກໂຕນິກ ລັດຖະບານ ຈັດຕັ້ງຂຶ້ນໃນຕອນບ່າຍວັນທີ 26 ພຶດສະພາ ຢູ່ ຮ່າໂນ້ຍ. ທ່ານປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຫວູຕ໊ຽນລົກ ເນັ້ນໜັກວ່າ ໃນສະພາບການປັດຈຸບັນ, ຕ້ອງເປັນເຈົ້າການ, ຕັ້ງໜ້າ ເພື່ອສາມາດທັງປ້ອງກັນໂລກລະບາດ, ທັງພັດທະນາເສດຖະກິດ - ສັງຄົມ.

ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງວັກ​ຊິນ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຄົນ - ảnh 1ທ່ານປະທານ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຫວູຕ໊ຽນລົກ (ພາບ: TTXVN)

“ພວກຂ້າພະເຈົ້າຖືວ່າ ທັດສະນະເປັນເຈົ້າການ, ຕັ້ງໜ້າປະຕິບັດ ເພື່ອສາມາດທັງປ້ອງກັນ, ຕ້ານໂລກລະບາດ ທັງພັດທະນາເສດຖະກິດສັງຄົມ ເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແມ່ນມີຄວາມສຳຄັນທີ່ສຸດ. ນີ້ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງ, ຮຽກຮ້ອງຕ້ອງມີການເຂົ້າຮ່ວມດ້ວຍຄວາມເຫັນດີເຫັນພ້ອມຂອງທັງລະບົບການເມືອງ. ດັ່ງນັ້ນ, ຕ້ອງມີລະບົບບັນດານະໂຍບາຍ, ມາດຕະການທີ່ມີໄຫວພິບ, ໃນການບໍລິຫານພັດທະນາເສດຖະກິດ, ໃນການຮັບມືກັບບັນດາໄລຍະໃນປັດຈຸບັນ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເປັນເຈົ້າການ ແລະ ຕັ້ງໜ້າໃນການເພີ່ມທະວີຄວາມສາມາດຮັບມືກັບໂລກລະບາດ”. 

ຕອບກັບ

ຂ່າວ/ບົດ​ອື່ນ