ລາງວັນ ເຈິ່ນດ້າຍເຫງັຍ ເຊີດຊູບັນດາຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ພິຊິດພູມປັນຍາ ວິທະຍາສາດເພື່ອພັດທະນາປະເທດຊາດ

(VOVWORLD) - ວັນທີ 17 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາບັນດິດວິທະຍາສາດ ແລະ ອຸດສາຫະກຳ ຫວຽດນາມໄດ້ມອບລາງວັນ ເຈິ່ນດ້າຍເຫງັຍ ປີ 2019 ໃຫ້ແກ່ບັນດາ ນັກປະພັນ, ກຸ່ມນັກປະພັນ ຂອງ 4 ໂຄງການຄົ້ນຄ້ວາທີ່ດີເລີດ, ມີຄວາມສາມາດບົ່ມຊ້ອນໝູນໃຊ້ເຂົ້າໃນສະພາບຕົວຈິງ. 
ລາງວັນ ເຈິ່ນດ້າຍເຫງັຍ ເຊີດຊູບັນດາຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ພິຊິດພູມປັນຍາ ວິທະຍາສາດເພື່ອພັດທະນາປະເທດຊາດ - ảnh 1 ທີ່ພິທີມອບລາງວັນ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກວ່າ: ລາງວັນ ເຈິ່ນດ້າຍເຫງັຍ ໄດ້ຈັດຕັ້ງບໍ່ພຽງແຕ່ຕີລາຄາບັນດາໂຄງການຄົ້ນຄ້ວາດ້ານວິທະຍາສາດເທົ່ານັ້ນ ຫາກຍັງແມ່ນສິ່ງທີ່ມີຄວາມໝາຍທີ່ສຸດ, ແມ່ນໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງວົງການພູມປັນຍາໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ລາງວັນນີ້ ບໍ່ພຽງແຕ່ຢັ້ງຢືນກ່ຽວກັບກຳລັງຄວາມສາມາດເທົ່ານັ້ນຫາກຍັງຮັບຮູ້ການອຸທິດສ່ວນ, ຈິດໃຈ, ຄວາມສຸດອົກສຸດໃຈ ຂອງບັນດານັກວິທະຍາສາດ - ຈິດໃຈ ເຈິ່ນດ້າຍເຫງັຍ - ກ້າຜ່ານຜ່າຄວາມຫຍຸ້ງຍາກເພື່ອໃຫ້ວິທະຍາສາດພັດທະນາສ້າງສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ