ລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ຄັ້ງທີ 13

(VOVWORLD) -ຕອນຄ່ຳວັນທີ 05 ມັງກອນ, ຢູ່ໂຮງລະຄອນຮ່າໂນ້ຍ, ໄດ້ດຳເນີນລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ຄັ້ງທີ 13.

ເຫດການໂດຍມີການເຂົ້າຮ່ວມຂອງການນຳພັກ, ລັດ ແລະ ໄດ້ຖ່າຍທອດສົດໃນຊ່ອງ VTV2 ຂອງຊ່ອງໂທລະພາບຫວຽດນາມ, ໃນເວລາ 20 ໂມງ.

          ລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ໄດ້ຈັດຕັ້ງປະຈຳປີ ເພື່ອແນໃສ່ມອບບັນດາຂອງຂວັນທີ່ມີຄວາມໝາຍ, ແທດຈິງຊ່ວຍໃຫ້ເດັກທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກເນື່ອງໃນໂອກາດບຸນເຕັດປີຊວດ. ລາຍການປີ 2020 ລວມມີ 3 ຫົວຂໍ້ຄື: ສຽງເວົ້າຂອງເດັກ, ຄວາມໄຝ່ຝັນຂອງເດັກ ແລະ ສິດຂອງເດັກ, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີສະມັດຊາໃຫຍ່ຫະປະຊາຊາດຮັບຮອງເອົາສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບສິດຂອງເດັກ. ຫວຽດນາມ ແມ່ນປະເທດທຳອິດຢູ່ອາຊີ ແລະ ແມ່ນປະເທດທີ 2 ໃນໂລກຮັບຮອງເອົາສົນທິສັນຍາດັ່ງກ່າວເມື່ອປີ 1990.

ຕອບກັບ

ຂ່າວ/ບົດ​ອື່ນ