ລາຍການ “ວັນສະມາຊິກຊາວໜຸ່ມ” ປະກອບສ່ວນຍົກສູງປະສິດທິຜົນການເຕົ້າໂຮມຊາວໜຸ່ມ

(VOVWORLD) - ການເຄື່ອນໄຫວ “ວັນສະມາຊິກຊາວໜຸ່ມ” ເພື່ອແນໃສ່ປະຕິບັດບົດບາດ, ຄວາມຮັບຜິດຊອບຂອງອົງການຊາວໜຸ່ມຕໍ່ສະມາຊິກຊາວໜຸ່ມ, ສ້າງສະພາບແວດລ້ອມສະດວກເພື່ອໃຫ້ສະມາຊິກຊາວໜຸ່ມ ທີ່ທຳມາຫາກິນຢູ່ຫ່າງໄກ່ຈາກບ້ານເກີດເມືອງນອນ

ເພື່ອແນໃສ່ປຸກລຸກຄວາມເປັນກຽດ, ຄວາມເອກອ້າງທະນົງໃຈຂອງສະມາຊິກຊາວໜຸ່ມຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ໃນການສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26/3/1931 – 26/3/2018), ແຕ່ວັນທີ 17 – 26/3/2018, ສູນກາງຄະນະຊາວໜຸ່ມໄດ້ປຸກລະດົມຈັດຕັ້ງລາຍການ “ວັນສະມາຊິກຊາວໜຸ່ມ” ດ້ວຍຫົວຂໍ້ “ຊາວໜຸ່ມມີຫົວຄິດປະດິດສ້າງ” ຢູ່ບັນດາອົງການຊາວໜຸ່ມຂັ້ນຮາກຖານໃນທົ່ວປະເທດ. ການເຄື່ອນໄຫວ “ວັນສະມາຊິກຊາວໜຸ່ມ” ເພື່ອແນໃສ່ປະຕິບັດບົດບາດ, ຄວາມຮັບຜິດຊອບຂອງອົງການຊາວໜຸ່ມຕໍ່ສະມາຊິກຊາວໜຸ່ມ, ສ້າງສະພາບແວດລ້ອມສະດວກເພື່ອໃຫ້ສະມາຊິກຊາວໜຸ່ມ ທີ່ທຳມາຫາກິນຢູ່ຫ່າງໄກ່ຈາກບ້ານເກີດເມືອງນອນ, ບໍ່ມີເງື່ອນໄຂຮ່ວມຊີວິດນຳຄະນະຊາວໜຸ່ມ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ. ທ່ານ ບູ່ຍກວາງຮູຍ, ເລຂາສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ຮູ້ວ່າ: ສູນກາງຄະນະຊາວໜຸ່ມ ຫວັງວ່າ ຜ່ານ “ວັນສະມາຊິກຊາວໜຸ່ມ” ຈະເຕົ້າໂຮມ, ຂົນຂວາຍສະມາຊິກຊາວໜຸ່ມທີ່ປະຕິບັດງານ, ດຳລົງຊີວິດຢູ່ບັນດາເຂດອຸດສາຫະກຳ, ເຂດປຸງແຕ່ງ, ວິສາຫະກິດ, ເຂດຊຸມຊົນ… ທີ່ບໍ່ທັນມີຄະນະຊາວໜຸ່ມຈົ່ງຕັ້ງໜ້າສະເໜີແນວຄິດ, ເສີມຂະຫຍາຍຫົວຄິດປະດິດສ້າງໃນການອອກແຮງງານ, ປະກອບສ່ວນຍົກສູງປະສິດທິຜົນແຫ່ງການຜະລິດດຳເນີນທຸລະກິດຂອງຫົວໜ່ວຍ; ເຂົ້າຮ່ວມໃນການສະເໜີບັນດາມາດຕະການເພື່ອປະຕິບັດບັນດາການເຄື່ອນໄຫວ ຢ່າງມີປະສິດທິຜົນໂດຍຄະນະຊາວໜຸ່ມປຸກລະດົມ.

ຕອບກັບ

ຂ່າວ/ບົດ​ອື່ນ