ລາຍການພົບປະແລກປ່ຽນມິດຕະພາບຢູ່ເຂດຊາຍແດນຫວຽດນາມ-ກຳປູເຈຍ

ລາຍການພົບປະແລກປ່ຽນມິດຕະພາບຢູ່ເຂດຊາຍແດນຫວຽດນາມ-ກຳປູເຈຍ - ảnh 1
​ລາຍການ​ພົບ​ປະ​ແລກປ່ຽນ​ພິ​ເສດ
(ພາບ: nhandan.com.vn)

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 29/12 ລາຍການ​ພົບ​ປະ​ແລກປ່ຽນ​ພິ​ເສດ “ສາຍ​ໃຈ​ມິດຕະພາບຊາຍ​ແດນ” ລະຫວ່າງ 2 ປະ​ເທດ ຫວຽດນາມ - ກຳປູ​ເຈຍ ​ໄດ້​ຈັດ​ຕັ້ງ​ຢູ່​ແຂວງ ​ໄຕ​ນິງ. ນະ​ທີ່​ນີ້ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າ​ງຄື: ບັນດາປ້ອມ​ປ້ອງ​ກັນຊາ​ຍ​ແດນ​ເຈລະຈາ​ກ່ຽວ​ກັບ “ຄວາມ​ເຫັນ​ດີ​ເປັນ​ເອກະສັນຕໍ່​ຂໍ້​ຕົກລົງ​ສົມທົບ​ກັນ​ປົກ​ປັກ​ຮັກສາ​ຊາຍ​ແດນ, ຕໍ່​ສູ້​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ”; ​ເປີດ​ສະຫຼອງ ສຸກສາລາ​ທະຫານ ປະຊາຊົນ​ມິດຕະພາບ​​ເຂດຊາຍ​ແດນ” ຢູ່​ບ້ານ ​ເບັ໋​ນ​ເກົ່າ, ຕາ​ແສງ ບຽນ​ເຢີ​ຍ, ​ເມືອງ ​ເຈົາ​ແທ່ງ, ​ແຂວງ ​ໄຕ​ນິງ ​ແລະ ກວດ​ພະຍາດ, ສະໜອງ​ຢຸກຢາ​ໃຫ້​ປະຊາຊົນ​ເຂດ​ຊາຍ​ແດນ​ໂດຍ​ບໍ່​ເສຍ​ຄ່າ…​ເນື່ອງ​ໃນ​ໂອກາດ​ນີ້ ປ້ອມ​ປ້ອງ​ກັນຊາ​ຍ​ແດນ ​ເຟືອ​ກ​ເຕີນ ຢູ່​ແຂວງ ​ໄຕ​ນິງ ຫວຽດນາມ ​ແລະ ກອງພັນ​ ຕຳຫລວດ​ປ້ອງ​ກັນຊາ​ຍ​ແດນ 611 ຂອງ ກຳປູ​ເຈຍ ພ້ອມ​ກັນລາດຕະ​ເວນ​ແຕ່ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ 150 ​ເຖິງ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ 151 ​ເພື່ອ​ກວດກາ​ສະພາບ​ການ, ທາງ​ດິນ, ທາງ​ລັດ​ໄປມາ​ຢູ່​ເຂດ​ຊາຍ​ແດນ​ລວມ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ບັນດາ​ມາດ​ຕະການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ.

        ​​ແລະ​ໃນ​ຕອນ​ຄ່ຳ​ວັນ​ທີ 28/12 ທີ່​ຫໍ​ປະຊຸມຄະນະ​ພັກ​ແຂວງ ​ໄຕ​ນິງ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແລະ ຄະນະກຳມະການ​ປະຊາຊົນ​ແຂວງ ​ໄຕ​ນິງ ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ພິ​ເສດ. ທີ່​ການ​ພົບ​ປະ​ແລກປ່ຽນ ບັນດາ​ຜູ້​ແທນຂອງ 2 ປະ​ເທດ​ໄດ້​ສະ​ແດງ​ລາຍການສິລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ 2 ປະ​ເທດ, ​ແລກປ່ຽນ​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ 2 ​ເຂດ​ຊາຍ​ແດນ ພ້ອມ​ທັງ​ເນັ້ນ​ໜັກ​​ເຖິງ​ຄວາມ​ສາມັກຄີ, ສະໜິດ​ຕິດ​ພັນ, ຮັກ​ແພງ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ​ລະຫວ່າງ 2 ຊາດ​ໃນ​ຕະຫລອດ​ຊຸມ​ປີຜ່ານມາ.

ຂ່າວ/ບົດ​ອື່ນ