ລາຍການສະແດງສິລະປະພື້ນເມືອງ “ຈິດວິນຍານ ຫວຽດ” ຂ່ຳນັບຮັບຕ້ອນວັນທ່ອງທ່ຽວໂລກ

(VOVWORLD) - ເຫດການເພື່ອແນໃສ່ປຸກລຸກຄວາມເອກອ້າງທະນົງໃຈ, ຄວາມໄວ້ເນື້ອເຊື່ອໃຈຂອງບັນດາຜູ້ເຮັດວຽກງານທ່ອງທ່ຽວ, ປະຊາຄົມວິສາຫະກິດທ່ອງທ່ຽວກ່ຽວກັບວັນມູນເຊື້ອການທ່ອງທ່ຽວ
ລາຍການສະແດງສິລະປະພື້ນເມືອງ “ຈິດວິນຍານ ຫວຽດ” ຂ່ຳນັບຮັບຕ້ອນວັນທ່ອງທ່ຽວໂລກ - ảnh 1ລາຍການສະແດງສິລະປະພື້ນເມືອງ “ຈິດວິນຍານ ຫວຽດ”
(ພາບ: baovanhoa.vn)

        ວັນທີ 27 ກັນຍາ, ແມ່ນວັນທ່ອງທ່ຽວໂລກ. ເນື່ອງໃນໂອກາດນີ້, ຕອນຄ່ຳວັນທີ 26 ກັນຍາ, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີສະເຫຼີມສະຫຼອງວັນທ່ອງທ່ຽວໂລກ ແລະ ແນະນຳລາຍການສະແດງສິລະປະພື້ນເມືອງ “ຈິດວິນຍານ ຫວຽດ”. ເຫດການເພື່ອແນໃສ່ປຸກລຸກຄວາມເອກອ້າງທະນົງໃຈ, ຄວາມໄວ້ເນື້ອເຊື່ອໃຈຂອງບັນດາຜູ້ເຮັດວຽກງານທ່ອງທ່ຽວ, ປະຊາຄົມວິສາຫະກິດທ່ອງທ່ຽວກ່ຽວກັບວັນມູນເຊື້ອການທ່ອງທ່ຽວ, ບົດບາດ, ທີ່ຕັ້ງຂອງຂະແໜງທ່ອງທ່ຽວ. ກ່າວຄຳເຫັນທີ່ເຫດການ, ທ່ານນາງ ກາວທິງອັກລານ, ຮອງປະທານຜູ້ປະຈຳການສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:

        “ສານຂອງອົງການທ່ອງທ່ຽວໂລກແມ່ນ “ທ່ອງທ່ຽວ ແລະ ສັນຕິພາບ” ແມ່ນສິ່ງມີຄວາມໝາຍທີ່ສຸດສຳລັບບັນດາຜູ້ເຮັດວຽກງານທ່ອງທ່ຽວເວົ້າລວມ ແລະ ພິເສດສຳລັບບັນດາບໍລິສັດທ່ອງທ່ຽວ ກໍຄືບັນດາສະຖານທີ່ພັກເຊົາໃນທົ່ວໂລກ. ດ້ວຍສານດັ່ງກ່າວ, ໃນໄລຍະຈະມາເຖິງ, ຂະແໜງທ່ອງທ່ຽວຈະມີຄວາມເອົາໃຈໃສ່ຫຼາຍກວ່າ ເພື່ອເຮັດແນວໃດຈະຜັນຂະຫຍາຍການເຄື່ອນໄຫວໄດ້ເປັນຢ່າງດີ”.

ຕອບກັບ

ຂ່າວ/ບົດ​ອື່ນ