ລາຍການສະແດງສິລະປະສະເຫຼີມສະຫຼອງ 229 ປີແຫ່ງວັນໄຊຊະນະ ດົ໋ງດາ ປະຫວັດສາດ

(VOVWORLD) - ລາຍການໄດ້ປຸກລຸກມູນເຊື້ອສາມັກຄີ, ນ້ຳໃຈອົງອາດກ້າຫານແຫ່ງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງທະຫານ, ຂອງນັກວິລະຊົນ ກວາງຈູງ - ຫງວຽນເຫ້ວ.
 
ລາຍການສະແດງສິລະປະສະເຫຼີມສະຫຼອງ 229 ປີແຫ່ງວັນໄຊຊະນະ ດົ໋ງດາ ປະຫວັດສາດ - ảnh 1 ການສະແດງສິລະປະທີ່ລາຍການ

ຕອນຄ່ຳວັນທີ 20 ກຸມພາ (ກົງກັບວັນທີ 5 ຂອງບຸນເຕັດ), ຢູ່ ສວນສາທາລະນະ ຕາວດ່ານ, ເມືອງ 1, ນະຄອນ ໂຮ່ຈີມິນ, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການສະແດງບົນເວທີສະເຫຼີມສະຫຼອງ 229 ປີແຫ່ງວັນໄຊຊະນະ ດົ໋ງດາ ແຫ່ງປະຫວັດສາດ (1789 – 2018). ດ້ວຍຫົວຂໍ້ວ່າ “ດິນແດນ ຫວຽດນາມ ວິລະຊົນ ແລະ ສັກສິດ”, ໂຮງລະຄອນ ເຈີ່ນຮື໋ວຈາງ ໄດ້ສ້າງ ແລະ ວາດພາບເຖິງປະຫວັດສາດແຫ່ງການຕ່ໍສູ້ຕ້ານສັດຕູຜູ້ຮຸກຮານຂອງຊາດ ຫວຽດນາມ.

        ລາຍການໄດ້ປຸກລຸກມູນເຊື້ອສາມັກຄີ, ນ້ຳໃຈອົງອາດກ້າຫານແຫ່ງການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງທະຫານ, ຂອງນັກວິລະຊົນ ກວາງຈູງ - ຫງວຽນເຫ້ວ. ໄຊຊະນະ ງອັກໂຮ່ຍ - ດົ໋ງດາ ໄດ້ກາຍເປັນບັນດາບົດຮຽນອັນລ້ຳຄ່າໃຫ້ລຸ້ນໜຸ່ມໃນເສັ້ນທາງສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ