ລ້ານດວງ​ໃຈ​ຊາວ ​ຫວຽດ​ນາມ ທັງ​ຢູ່​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ​ນັບ​ລ້ານ​ຄົນ​ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ເຂດ​ພາ​ຍຸ​ນ້ຳ​ຖ້ວມ

(VOVWORLD) - ຕອນບ່າຍວັນທີ 11 ກັນຍາ, ຢູ່ນະຄອນ ເກິ່ນເທີ, ປະຊາຊົນໄດ້ໄປຍັງເຂດເຕົ້າໂຮມເພື່ອສະໜັບສະໜູນວັດຖຸອຸປະກອນ, ເຄື່ອງໃຊ້ທີ່ຈຳເປັນ, ໂສ້ງເສື້ອ, ຢຸກຢາ… ໃຫ້ແກ່ປະຊາຊົນເຂດພາກເໜືອ ເຊິ່ງແມ່ນເຂດທີ່ຖືກຮັບຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸນ້ຳຖ້ວມ. 
ລ້ານດວງ​ໃຈ​ຊາວ ​ຫວຽດ​ນາມ ທັງ​ຢູ່​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ​ນັບ​ລ້ານ​ຄົນ​ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ເຂດ​ພາ​ຍຸ​ນ້ຳ​ຖ້ວມ - ảnh 1ຄະນະຊາວໜຸ່ມນະຄອນເກິ່ນເທີ ຮັບການໜູນຊ່ວຍໃຫ້ແກ່ພໍ່ແມ່ປະຊາຊົນເຂດຖືກນ້ຳຖ້ວມ (ພາບ: VOV)

ຕາມບົດລາຍງານຂອງບັນດາທ້ອງຖິ່ນ, ໄລ່ຮອດຕອນເຊົ້າວັນທີ 12 ກັນຍາ, ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 327 ຄົນ (ໃນນັ້ນມີຜູ້ເສຍຊີວິດ 182 ຄົນ ແລະ ຫາຍສາບສູນ 145 ຄົນ) ຍ້ອນຜົນຮ້າຍຢ້ອນຫຼັງໂດຍພາຍຸ Yagi ກໍ່ຂຶ້ນ. ປັດຈຸບັນ, ບັນດາທ້ອງຖິ່ນ ພວມຕັ້ງໜ້າຊອກຫາຜູ້ປະສົບເຄາະຮ້າຍທີ່ຫາຍສາບສູນ. ໄປຄຽງຄູ່ກັນນັ້ນ, ບັນດາການເຄື່ອນໄຫວໜູນຊ່ວຍ, ສະໜັບສະໜູນປະຊາຊົນເຂດພາຍຸນ້ຳຖ້ວມກໍ່ພວມໄດ້ຮັບການຜັນຂະຫຍາຍຢູ່ຫຼາຍແຫ່ງ.

ຕອນບ່າຍວັນທີ 11 ກັນຍາ, ຢູ່ນະຄອນ ເກິ່ນເທີ, ປະຊາຊົນໄດ້ໄປຍັງເຂດເຕົ້າໂຮມເພື່ອສະໜັບສະໜູນວັດຖຸອຸປະກອນ, ເຄື່ອງໃຊ້ທີ່ຈຳເປັນ, ໂສ້ງເສື້ອ, ຢຸກຢາ… ໃຫ້ແກ່ປະຊາຊົນເຂດພາກເໜືອ ເຊິ່ງແມ່ນເຂດທີ່ຖືກຮັບຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸນ້ຳຖ້ວມ. ພາຍຫຼັງພຽງ 1 ວັນ, ຄະນະຊາວໜຸ່ມນະຄອນ - ສະມາຄົມນັກສຶກສາ ນະຄອນ ເກິ່ນເທີ ໄດ້ຮັບເຄື່ອງໃຊ້ທີ່ຈຳເປັນກ່ວາ 15 ໂຕນ ພ້ອມກັບ ສະບຽງອາຫານ ແລະ ວັດຖຸອຸປະກອນຕ່າງໆເປັນຈຳນວນຫຼາຍ…

ໂດຍຕອບສະໜອງຄວາມຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໃນວັນທີ 11 ກັນຍາ, ມີຫຼາຍອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົນໄດ້ມາສຳນັກງານຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢູ່ເຮືອນເລກທີ 46 ຖະໜົນຈ່າງທີ, ຮ່າໂນ້ຍ ເພື່ອປະກອບແຫຼ່ງກຳລັງສະໜັບສະໜູນພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍໂດຍພາຍຸ Yagi ກໍ່ຂຶ້ນ. ໄລ່ຮອດເວລາ 17 ໂມງໃນວັນທີ 11 ກັນຍາ, ຄະນະຂົນຂວາຍກູ້ຊີບສູນກາງໄດ້ຮັບເງິນອຸປະຖຳປະມານ 16, 7 ລ້ານ USD.

ແລະກໍ່ໃນວັນດຽວກັນ, ຄະນະທູຕານຸທູດ ອາເມລິກາ ຢູ່ ຫວຽດນາມ ຜ່ານອົງການພັດທະນາສາກົນ ອາເມລິກາ  (USAID), ໃຫ້ຮູ້ວ່າ ຈະອຸປະຖຳດ້ານມະນຸດສະທຳສູກເສີນເປັນເງິນຈຳນວນ 1 ລ້ານ USD ເພື່ອໜູນຊ່ວຍຫວຽດນາມ ແກ້ໄຂຜົນເສຍຫາຍທີ່ຮ້າຍແຮງໂດຍ ພາຍຸ Yagi ກໍ່ຂຶ້ນ. ລັດຖະບານ ອົດສະຕາລີ ໄດ້ປະກາດຈະສະໜອງ ບ້ວງເງິນໜູນຊ່ວຍໃຫ້ແກ່ ຫວຽດນາມທີ່ມີມູນຄ່າ 3 ລ້ານ AUD, ລວມມີການໜູນຊ່ວຍດ້ານມະນຸດສະທຳ, ວັດຖຸອຸປະກອນກູ້ຊ່ວຍສຸກເສີນ ແລະ ບັນດາການບໍລິການທີ່ຈຳເປັນອື່ນໆເພື່ອແນໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi.

ຕອບກັບ

ຂ່າວ/ບົດ​ອື່ນ