ລາວ ພ້ອມແລ້ວທີ່ຈະຮັບມືກັບພະຍາດໝາກສຸກລີງ

(VOVWORLD) -ຕາມກະຊວງສາທາລະນະສຸກ ລາວ ແລ້ວ, ຄວາມສ່ຽງພະຍາດໝາກສຸກລີງແຊກຊຶມເຂົ້າປະເທດນີ້ແມ່ນໃຫຍ່ຫຼວງທີ່ສຸດ
ລາວ ພ້ອມແລ້ວທີ່ຈະຮັບມືກັບພະຍາດໝາກສຸກລີງ - ảnh 1ລາວ ກໍ່ໄດ້ຍົກອອກຄຳກ່າວເຕືອນກ່ຽວກັບຄວາມສ່ຽງການປະກົດມີຜູ້ຕິດເຊື້ອໄວຣັດໝາກສຸກລີງ
(ພາບປະກອບ: TTXVN)

ປະຈຸບັນ, ລາວ ບໍ່ທັນກວດພົບກໍລະນີຕິດພະຍາດໝາກສຸກລີງ. ເຖິງຢ່າງໃດກໍ່ຕາມ, ລາວ ກໍ່ໄດ້ຍົກອອກຄຳກ່າວເຕືອນກ່ຽວກັບຄວາມສ່ຽງການແຜ່ລະບາດ ຍ້ອນບາງປະເທດປະກົດມີຜູ້ຕິດເຊື້ອໄວຣັດໝາກສຸກລີງແລ້ວ. ຕາມກະຊວງສາທາລະນະສຸກ ລາວ ແລ້ວ, ຄວາມສ່ຽງພະຍາດໝາກສຸກລີງແຊກຊຶມເຂົ້າປະເທດນີ້ແມ່ນໃຫຍ່ຫຼວງທີ່ສຸດ ຍ້ອນມີຜູ້ຕິດເຊື້ອຢູ່ບາງປະເທດ ແລະ ເລື່ອງເປີດປະຕູປະເທດພາຍຫຼັງປິດປະຕູມາເປັນເວລາດົນ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19 ກໍເຮັດໃຫ້ປະເທດນີ້ຍາກທີ່ຈະຄວບຄຸມພະຍາດໄດ້ ຍ້ອນຄວາມຕ້ອງການໄປມາລະຫວ່າງປະເທດ ລາວ ແລະ ຫຼາຍປະເທດອື່ນພວມມີທ່າອ່ຽງເພີ່ມຂຶ້ນ. ກ່າວຄຳເຫັນຕໍ່ສື່ມວນຊົນຫວ່າງມໍ່ໆມານີ້, ທ່ານ ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ໃຫ້ຮູ້ວ່າ:

(ທ່ານ ລັດຕະນະໄຊ ເພັດສຸວັນ)

        ກະຊວງສາທາລະນະສຸກ ລາວ ກໍ່ພວມສົມທົບກັບອົງການອະນາໄມໂລກ (WHO) ຢ່າງແໜ້ນແຟ້ນ ເພື່ອຕິດຕາມສະພາບການ ແລະ ຈະແຈ້ງສະພາບການຜັນແປຂອງພະຍາດໃນແຕ່ລະຈຸດເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ