ລາວ ສືບຕໍ່ພົບເຫັນພະພຸດທະຮູບບູຮານ

(VOVWORLD) - ການພົບເຫັນເຫຼົ່ານີ້ແມ່ນຂ່າວດີບໍ່ພຽງແຕ່ສຳລັບວົງການນັກຄົ້ນຄ້ວາບູຮານຄະດີເທົ່ານັ້ນ, ຫາກຍັງສຳລັບປະຊາຊົນໃນທົ່ວປະເທດອີກດ້ວຍ. ຕາມສື່ມວນຊົນລາວແລ້ວ, ໃນຂັ້ນຕອນສຳຫຼວດ ຊອກຫາ ລູກລະເບີດຍັງຕົກຄ້າງຫຼັງສົງຄາມ
ລາວ ສືບຕໍ່ພົບເຫັນພະພຸດທະຮູບບູຮານ - ảnh 1ພາບປະກອບ

ວັນທີ 8 ເມສາ, ສື່ມວນຊົນລາວ ໄດ້ໃຫ້ຂ່າວກ່ຽວກັບສ້າງພະພູດທະຮູບບູຮານ ຖືກພົບເຫັນເມື່ອບໍ່ດົນມານີ້ຢູ່ແຂວງ ຊຽງຂວາງ, ພາກເໜືອປະເທດລາວ. ກ່ອນໜ້ານັ້ນ, ພະພູດທະຮູບຫຼາຍກ່ວາ 200 ຮູບຖືກພົບເຫັນຢູ່ແຄມແມ່ນ້ຳຂອງ, ຕອນຢູ່ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ.

        ການພົບເຫັນເຫຼົ່ານີ້ແມ່ນຂ່າວດີບໍ່ພຽງແຕ່ສຳລັບວົງການນັກຄົ້ນຄ້ວາບູຮານຄະດີເທົ່ານັ້ນ, ຫາກຍັງສຳລັບປະຊາຊົນໃນທົ່ວປະເທດອີກດ້ວຍ. ຕາມສື່ມວນຊົນລາວແລ້ວ, ໃນຂັ້ນຕອນສຳຫຼວດ ຊອກຫາ ລູກລະເບີດຍັງຕົກຄ້າງຫຼັງສົງຄາມ, ທິມງານເກັບກູ້ລະເບີດໄດ້ພົບເຫັນສາງ ພະພູດທະຮູບນ້ອຍ 51 ຮູບຢູ່ບ້ານເຄັງ, ເມືອງ ພູກຸດ, ແຂວງຊຽງຂວາງ.

        ບັນດາພະພູດທະຮູບທີ່ຖືກພົບເຫັນນັ້ນໄດ້ສົ່ງເຖິງສຳນັກງານຫ້ອງການບ້ານເຄັງ ເພື່ອຮັບປະກັນຄວາມປອດໄພ ແລະ ພວມໄດ້ຮັບການປົກປ້ອງເປັນຢ່າງດີ. ປະຈຸບັນ, ຍັງບໍ່ທັນມີຂ່າວທາງການກ່ຽວກັບອາຍຸ ແລະ ຕົ້ນກຳເນີດຂອງບັນດາພະພູດທະຮູບນີ້, ແຕ່ບັນດາເຈົ້າໜ້າທີ່ເຊື່ອໝັ້ນວ່າບັນດາພະພຸດທະຮູບນີ້ມີອາຍຸຫຼາຍຮ້ອຍປີ.

ຕອບກັບ

ຂ່າວ/ບົດ​ອື່ນ