ລາວ ຫວຽດນາມ ຄວນເພີ່ມທະວີ ການຮ່ວມມືໃນຫລາຍຂົງເຂດ

ວັນ​ທີ 9/1 ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາ​ລີ ​ໄຊ​ຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ຫງວຽນ​ຊວັນ​ຟູກ ຮອງ​ນາຍົກລັດຖະມົນຕີຫວຽດນາມ ​ເນື່ອງ​ໃນ​ໂອກາດ​ການ​ນຳ​ຂັ້ນ​ສູງ​ຂອງ​ຫວຽດນາມ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຟູກ ລາຍ​ງານ​ໃຫ້​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ຮັບ​ຊາບ ກ່ຽວ​ກັບ​ໝາກຜົນ​ກອງ​ປະຊຸມ​ຄັ້ງ​ທີ 34 ຂອງ ຄະນະ​ກຳມະການຮ່ວມ​ມື ຫວຽດນາມ ລາວ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ແຜນການ​ຮ່ວມ​ມື​ລະຫວ່າງ​ສອງ​ຄະນະ​ກຳມະການ​ໃນ​ປີ 2012.

        ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2011 ​ໃນ​ບັນດາ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ການ​ສຶກສາ, ສາທາລະນະ​ສຸກ, ພິ​ເສດ ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ກ້າວ​ກະ​ໂດດ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ. ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ຖື​ວ່າປີ 2012 ​ແມ່ນ​ປີ​ແຫ່ງ​ສາມັກຄີ​ມິດຕະພາບ​ຫວຽດນາມ ລາວ, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ຮຳ່ຮຽນ,​​ ​ແລກປ່ຽນ​ບົດຮຽນ​ເພື່ອ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລີກ, ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ໃຫ້​ແກ່​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ