ລາວ ເລີ່ມ​ຕົ້ນ​ໂຄງ​ການ​ພັດ​ທະ​ນາກຳ​ລັງ​ຄວາມສາ​ມາດ​​ດ້ານກະ​ສິ​ກຳ

(VOVWORLD) -ໂຄງການໄດ້ປະຕິບັດແຕ່ເດືອນສິງຫາປີ 2019 ເຖິງເດືອນກໍລະກົດປີ 2024, ຢູ່ 9 ປະເທດໃນໂລກ, ໃນນັ້ນເຂດ ອາຊີ ມີ 3 ປະເທດແມ່ນ ລາວ, ກຳປູເຈຍ ແລະ ປາກິດສະຖານ.
ລາວ ເລີ່ມ​ຕົ້ນ​ໂຄງ​ການ​ພັດ​ທະ​ນາກຳ​ລັງ​ຄວາມສາ​ມາດ​​ດ້ານກະ​ສິ​ກຳ - ảnh 1ໂຄງການພັດທະນາກຳລັງຄວາມສາມາດໃນບັນດາລະບົບປ່ຽນແປງໃໝ່ດ້ານກະສິກຳແນໃສ່ເປີດກ້ວາງກອບພື້ນຖານກະສິກຳເຂດຮ້ອນ (ພາບ: VOV)

ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO), ຄະນະຜູ້ແທນສະຫະພາບ ເອີລົບ ແລະ ສະຖາບັນຄົ້ນ­ຄວ້າກະ­ສິ­ກຳປ່າ­ໄມ້ແຫ່ງຊາດ ລາວ (NAFRI) ຫາກໍ່ເລີ່ມຕົ້ນໂຄງການພັດທະນາກຳລັງຄວາມສາມາດໃນບັນດາລະບົບປ່ຽນແປງໃໝ່ດ້ານກະສິກຳແນໃສ່ເປີດກ້ວາງກອບພື້ນຖານກະສິກຳເຂດຮ້ອນ (TAP AIS), ແນໃສ່ໜູນຊ່ວຍຂະແໜງການກະສິກຳເພີ່ມປະສິດທິຜົນໃນການຜະລິດ, ເພີ່ມຄວາມສາມາດແກ່ງແຍ່ງໃຫ້ຜະລິດຕະພັນ ແລະ ມີຄວາມສາມາດທົນທານຕໍ່ໜ້າຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

ນີ້ແມ່ນໂຄງການທົ່ວໂລກເຊິ່ງນອນໃນຂໍ້ລິເລີ່ມ “ພັດທະນາການປ່ຽນແປງໃໝ່ອັດສະລິຍະໂດຍຜ່ານການຄົ້ນຄວ້າໃນກະສິກຳ” (DeSIRA) ຂອງສະຫະພາບ ເອີລົບ. ໂຄງການຈະປະກອບສ່ວນຊຸກຍູ້ການຫັນປ່ຽນໃນການຜະລິດກະສິກຳ ແລະ  ສະບຽງອາຫານໃຫ້ເໝາະສົມກັບອາກາດ, ສະມັດຕະພາບ ແລະ ການພັດທະນາແບບຍືນຍົງ. ຄຽງຄູ່ການປະກອບສ່ວນເຂົ້າການຄ້ຳປະກັນດ້ານສະບຽງອາຫານ, ໂຄງການຍັງມຸ່ງໄປເຖິງການພັດທະນາເສດຖະກິດແບບຍືນຍົງ ແລະ ການຄຸ້ມຄອງຊັບພະຍາກອນ, ສິ່ງແວດລ້ອມໄດ້ເປັນຢ່າງດີ. ໂຄງການໄດ້ປະຕິບັດແຕ່ເດືອນສິງຫາປີ 2019 ເຖິງເດືອນກໍລະກົດປີ 2024, ຢູ່ 9 ປະເທດໃນໂລກ, ໃນນັ້ນເຂດ ອາຊີ ມີ 3 ປະເທດແມ່ນ ລາວ, ກຳປູເຈຍ ແລະ ປາກິດສະຖານ.

ເວິນທຽງ ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ