ລາວ-ຫວຽດນາມ ແລກປ່ຽນບົດຮຽນວຽກງານຫ້ອງວ່າການ

(VOVWORLD) -ກອງປະຊຸມສຳມະນາແລກປ່ຽນບົດຮຽນ ກ່ຽວກັບວຽກງານການເປັນເສນາທິການສັງລວມ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ເມສາ

ກອງປະຊຸມສຳມະນາແລກປ່ຽນບົດຮຽນ ກ່ຽວກັບວຽກງານການເປັນເສນາທິການສັງລວມ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ເມສານີ້ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີວິທະຍາກອນຈາກຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ພະນັກງານ-ລັດຖະກອນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານເສນາທິການໃຫ້ແກ່ລັດຖະບານ ໃນ 2 ຫົວຂໍ້ ຈາກພະນັກງານຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄື: "ບົດຮຽນການກະກຽມກອງປະຊຸມລັດຖະບານ" ແລະ "ບົດຮຽນໃນການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ".

 ລາວ-ຫວຽດນາມ ແລກປ່ຽນບົດຮຽນວຽກງານຫ້ອງວ່າການ - ảnh 1 ກອງປະຊຸມສຳມະນາແລກປ່ຽນບົດຮຽນ ກ່ຽວກັບວຽກງານການເປັນເສນາທິການສັງລວມ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ 

ໃນໂອກາດກ່າວເປີດກອງປະຊຸມສຳມະນາ, ທ່ານປະທານກອງປະຊຸມ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງບັນດາຫົວຂໍ້ກໍຄືບົດຮຽນທີ່ໄດ້ນຳມາສະເໜີແລກປ່ຽນບົດຮຽນຮ່ວມກັນໃນຄັ້ງນີ້, ຊຶ່ງເຫັນວ່າ ເປັນການນຳສະເໜີບົດຮຽນ ແລະ ປະສົບການຕົວຈິງທີ່ສອງຫ້ອງວ່າການ ລາວ ແລະ ຫວຽດນາມ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ກໍຄືປັດຈຸບັນ, ໂດຍເຫັນສົມຄວນມີການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໃນແຕ່ລະໄລຍະ ເພື່ອພ້ອມກັນປັບປຸງແກ້ໄຂວຽກງານ ໃຫ້ນັບມື້ດີຂຶ້ນເປັນກ້າວໆ ເວົ້າລວມ, ເວົ້າສະເພາະ ການຈັດກອງປະຊຸມສຳມະນາຄັ້ງນີ້ ກໍແມ່ນການຈັດຕັ້ງປະຕິບັດຕາມແຜນການຕົກລົງຮ່ວມມືກັນ ຂອງສອງຫ້ອງວ່າການ ລາວ ແລະ ຫວຽດນາມ, ທັງເປັນການປະກອບສ່ວນຮັດແໜ້ນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ກ້າວສູ່ລວງເລິກ, ກວ້າງຂວາງ, ເຕີບໃຫຍ່ຂະຫຍາຍຕົວ, ເກີດດອກອອກຜົນ ແລະ ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ.
ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນຢ່າງສຸດຄວາມສາມາດ ເພື່ອຍາດແຍ່ງເອົາບົດຮຽນ ແລະ ປະສົບການມານຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ເກີດດອກອອກຜົນ. ອັນສຳຄັນ ແມ່ນໃຫ້ພ້ອມກັນປະກອບຄຳເຫັນ ເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, (ມີຄຳຖາມ, ມີການສົນທະນາ) ຕໍ່ບັນຫາຕ່າງໆ ທີ່ເຫັນວ່າ ຕ້ອງໄດ້ມີການປັບປຸງແກ້ໄຂໃຫ້ດີຂຶ້ນ ແລະ ເປັນປະໂຫຍດຢ່າງແທ້ຈິງ ເພື່ອຮັບປະກັນແກ່ການຈັດຕັ້ງປະຕິບັດວຽກງານເສນາທິການ ໃຫ້ລັດຖະບານ ມີຄວາມສະດວກ, ວ່ອງໄວ, ທັນການ, ມີປະສິດທິຜົນ, ຮັບປະກັນຄວາມປອດໄພ ແລະ ສາມາດຈັດຕັ້ງປະຕິບັດໄດ້.

 ຕາມ ປະຊາຊົນ

ຕອບກັບ

ຂ່າວ/ບົດ​ອື່ນ