ວິ​ກິດ​ການ Haiti: ສະ​ພາ​ການ​ຫັນ​ປ່ຽນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ລັດ​ຖະ​ທຳ​ມະ​ນູນ

(VOVWORLD) - ສະພາຫັນປ່ຽນ ພວມເຮັດສຳເລັດບັນດາຂັ້ນຕອນສຸດທ້າຍ ກ່ຽວກັບການຈັດຕັ້ງ ແລະ ວິທີການເຄື່ອນໄຫວ, ລວມມີຂໍ້ຕົກລົງດ້ານການເມືອງທີ່ໂປ່ງໃສ ລະຫວ່າງບັນດາອົງການທີ່ກ່ຽວຂ້ອງ ເພື່ອແນໃສ່ປະຕິບັດແຜນການກະທຳຢ່າງຈະແຈ້ງ.
ວິ​ກິດ​ການ Haiti: ສະ​ພາ​ການ​ຫັນ​ປ່ຽນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ລັດ​ຖະ​ທຳ​ມະ​ນູນ - ảnh 1ຕຳຫຼວດ ຢູ່ Haiti (ພາບ: AFP/TTXVN)

ວັນທີ 28 ມີນາ, ໃນການປະກາດຢ່າງເປັນທາງການຄັ້ງທຳອິດ ນັບແຕ່ເວວາໄດ້ຮັບການສ້າງຕັ້ງຂຶ້ນ, ສະພາປະທານາທິບໍດີ ການຫັນປ່ຽນຊົ່ວຄາວ ເຊິ່ງມີໜ້າທີ່ຕິດຕາມກວດກາວິວັດການຫັນປ່ຽນການເມືອງ ຢູ່ Haiti ໄດ້ປະກາດຈະຟື້ນຟູ ຄວາມເປັນລະບຽບຮຽບຮ້ອຍລັດຖະທຳມະນູນ ແລະ ປະຊາທິປະໄຕຢູ່ປະເທດນີ້. ສະພາຫັນປ່ຽນ ພວມເຮັດສຳເລັດບັນດາຂັ້ນຕອນສຸດທ້າຍ ກ່ຽວກັບການຈັດຕັ້ງ ແລະ ວິທີການເຄື່ອນໄຫວ, ລວມມີຂໍ້ຕົກລົງດ້ານການເມືອງທີ່ໂປ່ງໃສ ລະຫວ່າງບັນດາອົງການທີ່ກ່ຽວຂ້ອງ ເພື່ອແນໃສ່ປະຕິບັດແຜນການກະທຳຢ່າງຈະແຈ້ງ ແນໃສ່ຟື້ນຟູຄວາມເປັນລະບຽບຮຽບຮ້ອຍ ແລະ ປະຊາທິປະໄຕ, ຮັບປະກັນຄວາມໝັ້ນຄົງ ໃຫ້ແກ່ຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ, ຈັດການເລືອກຕັ້ງແບບເສລີ ແລະ ຜັນຂະຫຍາຍການປັບປຸງທີ່ຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ