ວິທະຍຸກະຈາຍສຽງຫວຽດນາມສະໜັບສະໜູນປະຊາຊົນປະສົບນຳ້ຖ້ວມຢູ່ພາກກາງ

ວິທະຍຸກະຈາຍສຽງຫວຽດນາມສະໜັບສະໜູນປະຊາຊົນປະສົບນຳ້ຖ້ວມຢູ່ພາກກາງ - ảnh 1
ວິທະຍຸ​ກະຈາຍສຽງ ​ຫວຽດນາມ​ໄດ້​ມອບ​ເງິນ 100
ລ້ານ​ກວ່າ​ດົ່ງ ​ໃຫ້​ຄະນະ​ກຳມະການ​ສູນ​ກາງ

(vovworld) - ຕອນ​ບ່າຍ​ວັນ​ທີ 19/1, ຢູ່ ຮ່າ​ໂນ້ຍ, ວິທະຍຸ​ກະຈາຍສຽງ ​ຫວຽດນາມ​ໄດ້​ມອບ​ເງິນ 100 ລ້ານ​ກວ່າ​ດົ່ງ ​ໃຫ້​ຄະນະ​ກຳມະການ​ສູນ​ກາງ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເພື່ອ​ສະໜັບສະໜູນ​ປະຊາຊົນ​ຜູ້​ຖືກ​ປະສົບ​ນ້ຳ​ຖ້ວມ​ຢູ່​ພາກ​ກາງ. ຫວ່າງ​ແລ້ວ​ນີ້, ວິທະຍຸ​ກະຈາຍສຽງ​ ຫວຽດນາມ ກໍ່​ໄດ້​ສະໜັບສະໜູນ​ປະຊາຊົນ​ຜູ້​ຖືກ​ປະສົບ​ນ້ຳ​ຖ້ວມ​ຢູ່​ພາກ​ກາງ ຈຳນວນ​ເງິນ 621 ລ້ານ​ດົ່ງ ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ຝົນຕົກ​ນ້ຳ​ແກ່ງ. ​ໃນ​ເທື່ອ​ນີ້, ວິທະຍຸ​ກະຈາຍສຽງ​ ຫວຽດນາມ ​ໄດ້​ຂົນຂວາຍ​ບັນດາ​ອົງການ​ປະຈຳ​ບໍລິຈາກ​ເງິນ​ໄດ້ 105 ລ້ານ​ດົ່ງ ​ເພື່ອ​ສະໜັບສະໜູນ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ​ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ໄພ​ນ້ຳ​ຖ້ວມ. ວິທະຍຸ​ກະຈາຍສຽງ​ ຫວຽດນາມ ກໍ່​ໄດ້​ຕັ້ງໜ້າ​ໃຫ້​ຂ່າວ​ກ່ຽວ​ກັບ​ບັນດາ​ຄວາມ​ຫຍຸ້ງຍາກ, ຄວາມ​ເສຍ​ຫາຍ​ຂອງ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດ ​ໄຕ​ງວຽນ, ພ້ອມ​ທັງ​ຕັ້ງໜ້າ​ຮຽກຮ້ອງ​ປະຊາ​ຄົມ​ສະໜັບສະໜູນ​ປະຊາຊົນ​ປະສົບ​ໄພ​ນ້ຳ​ຖ້ວມ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ