ວັນ​ຊາວໜຸ່ມສາກົນ 2020: ​ຮ່ວມ​ກັນກະທໍາ​ເພື່ອ​ອະນາຄົດຄືດັ່ງ​ຄວາມ​ຫວັງ

(VOVWORLD) -ວັນທີ 12 ສິງຫາ, ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ແລະ ອົງການ ສປຊ ຢູ່ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາວໜຸ່ມສາກົນຊາວໜຸ່ມ 2020 ດ້ວຍຫົວຂໍ້: “ຫວຽດນາມ 2030 ທີ່ພວກເຮົາປາດຖະໜາ - ຊາວໜຸ່ມຮ່ວມກະທໍາເພື່ອຄວາມສະອາດສິ່ງແວດລ້ອມ”.

ເຫດການດັ່ງກ່າວເພື່ອແນໃສ່ຢັ້ງຢືນບົດບາດຫຼັກແຫຼ່ງຂອງຊາວໜຸ່ມຫວຽດນາມໃນການຍົກອອກບັນດາວິທີການແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄຸ້ມຄອງສິ່ງເສດເຫຼືອພະລາດສະຕິກ.

ວັນ​ຊາວໜຸ່ມສາກົນ 2020: ​ຮ່ວມ​ກັນກະທໍາ​ເພື່ອ​ອະນາຄົດຄືດັ່ງ​ຄວາມ​ຫວັງ - ảnh 1ທ່ານເລຂາຊາວໜຸ່ມ ສູນກາງ, ຮອງຫົວໜ້າຄະນະປະຈໍາ ຄະນະກໍາມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ຫງວຽນງອກເລືອງກ່າວຄໍາເຫັນທີ່ກອງປະຊຸມ 

        ທີ່ພິທີ, ທ່ານ Michael Croft, ຫົວໜ້າຜູ້ຕາງໜ້າອົງການ UNESCO ຢູ່ຫວຽດນາມ, ຫົວໜ້າກຸ່ມຊາວໜຸ່ມ ສປຊ ໄດ້ເນັ້ນໜັກເຖິງບົດບາດສໍາຄັນຂອງໄວໜຸ່ມໃນບັ້ນທົ່ວໂລກຕໍ່ສູ້ ຕ້ານການປ່ຽນແປງຂອງດິນຟ້າອາກາດ.

        “ເວລາເພື່ອໃຫ້ພວກເຮົາປະຕິບັດສໍາເລັດເປົ້າໝາຍ ສະຫັດສະວັດ ໃນປີ 2030 ແມ່ນຍັງບໍ່ຫຼາຍ. ດັ່ງນັ້ນ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ມີການເຂົ້າຮ່ວມຂອງຊາວໜຸ່ມ ຫວຽດນາມ ເວົ້າສະເພາະ ແລະ ໃນທົ່ວໂລກເວົ້າລວມ. ບໍ່ພຽງແຕ່ຈັດຕັ້ງຫຼາຍກິດຈະກໍາ, ຫຼາຍລາຍການເພື່ອໃຫ້ຊາວໜຸ່ມເຂົ້າຮ່ວມເທົ່ານັ້ນ ຫາກພວກຂ້າພະເຈົ້າຍັງປາດຖະໜາວ່າ ສປຊ ຈະແມ່ນພື້ນຖານເພື່ອມອບສິດແຜ່ຂະຫຍາຍ ແລະ ດຶງດູດການເຂົ້າຮ່ວມຂອງໄວໜຸ່ມອີກດ້ວຍ. ເພາະວ່າ ຊາວໜຸ່ມແມ່ນອະນາຄົດຂອງພວກເຮົາ, ແລະ ເປັນທີ່ຈະແຈ້ງແລ້ວວ່່າ ເຂົາເຈົ້າແມ່ນປັດໄຈໃນການປ່ຽນແປງຂອງໂລກເວົ້າລວມ. ພວກຂ້າພະເຈົ້າ ລ້ວນແຕ່ເຊື່ອໝັ້ນຕໍ່ກໍາລັງແຮງໜຸ່ມ ແລະ ການປະດິດຄິດສ້າງຂອງຊາວໜຸ່ມ.”

        ທ່ານເລຂາຊາວໜຸ່ມ ສູນກາງ, ຮອງຫົວໜ້າຄະນະປະຈໍາ ຄະນະກໍາມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ ຫງວຽນງອກເລືອງ ຮຽກຮ້ອງວ່າ:

        “ເພື່ອນໜຸ່ມແຕ່ລະຄົນຈົ່ງສືບຕໍ່ຍູ້ແຮງການໂຄສະນາ, ຍົກສູງຄວາມຮັບຮູ້ຂອງຊາວໜຸ່ມກ່ຽວກັບກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ; ກ່ຽວກັບຜົນຮ້າຍຂອງຖົງຢາງພະລາດສະຕິກ, ສິ່ງເສດເຫຼືອຢ່າງພະລາດສະຕິກຕໍ່ສິ່ງແວດລ້ອມ, ໃນນັ້ນ ມີສິ່ງແວດລ້ອມທະເລ ແລະ ມະຫາສະໝຸດ, ໃຫ້ບຸລິມະສິດແກ່ບັນດາຮູບການສື່ມວນຊົນທີ່ທັນສະໄໝໃນສື່ສັງຄົມອອນລາຍ”.

        ກໍທີ່ພິທີດັ່ງກ່າວ, ບັນດາອົງການຈັດຕັ້ງ ສປຊ ຢູ່ຫວຽດນາມ ໄດ້ແນະນໍາໂຄງການຂໍ້ລິເລີ່ມ UN75. ນີ້ແມ່ນການສໍາຫຼວດໄລຍະສັ້ນ ເພື່ອແນໃສ່ເກັບກໍາຄໍາເຫັນປະກອບກ່ຽວກັບບັນດາບຸລິມະສິດຂອງປະຊາຊົນເພື່ອກໍ່ສ້າງອະນາຄົດໃຫ້ຍືນຍົງ ແລະ ໝັ້ນຄົງເຂັ້ມແຂງກວ່າ.

ນັກຂ່າວທູຮັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ