ວັນທີ 06 ຕຸລາ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີກວ່າ 10.000 ຄົນ

(VOVWORLD) -ນັບແຕ່ເວລາ 17 ໂມງ ຂອງວັນທີ 5 ຕຸລາ ຫາ ເວລາ 17 ໂມງຂອງວັນທີ 06 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 4.363 ຄົນ, ໃນນັ້ນມີ 7 ຄົນມາຈາກຕ່າງປະເທດ. 
ວັນທີ 06 ຕຸລາ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີກວ່າ 10.000 ຄົນ - ảnh 1(ພາບ: TTXVN)

ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 822.687 ຄົນ, ຢືນອັນດັບທີ 43/223 ປະເທດ ແລະ ເຂດແຄ້ວນ. ຖ້າໄລ່ຕາມອັດຕາຜູ້ຕິດເຊື້ອ ຕໍ່ 1 ລ້ານຄົນ, ຫວຽດນາມ ຢືນອັນດັບທີ 155/223 ປະເທດ ແລະ ເຂດແຄວ້ນ.

ໃນວັນທີ 6 ຕຸລາ, ຫວຽດນາມ ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີຕື່ມອີກ 10.033 ຄົນ. ອັນໄດ້ຍົກຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີຢູ່ ຫວຽດນາມ ຂຶ້ນເປັນ 757.086 ຄົນ. ກໍໃນວັນດຽວກັນ ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຕື່ມອີກ 119 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ