ວັນ​ທີ 15 ສິງ​ຫາ ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ຕື່ມ​ອີກ 9.580 ຄົນ

(VOVWORLD) -ໃນເວລາ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອຢູ່ພາຍໃນປະເທດໄດ້ຫຼຸດລົງ 136 ກໍລະນີ ແລະ ຕອນບ່າຍວັນທີ 15 ສິງຫາ, ນະຄອນ ຮ່າໂນ້ຍ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃໝ່ຕື່ມອີກ.
ວັນ​ທີ 15 ສິງ​ຫາ ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ຕື່ມ​ອີກ 9.580 ຄົນ - ảnh 1(ພາບປະກອບ: VOV)

ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 18 ໂມງ ຂອງວັນທີ 14 ສິງຫາ ຫາເວລາ 18 ໂມງ 30 ນາທີ ຂອງວັນທີ 15 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມີອກ 9.580 ຄົນ, ໃນນັ້ນ ມີ 6 ຄົນ ເຂົ້າເມືອງ ຫວຽດນາມ ແລະ 9.574 ຄົນ ຢູ່ພາຍໃນປະເທດ. ສະເພາະນະຄອນ ໂຮ່ຈີມິນ ມີ 4.516 ຄົນ, ບິ່ງເຢືອງ 2.358 ຄົນ. ເປັນອັນວ່າ ໃນເວລາ 24 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອຢູ່ພາຍໃນປະເທດໄດ້ຫຼຸດລົງ 136 ກໍລະນີ ແລະ ຕອນບ່າຍວັນທີ 15 ສິງຫາ, ນະຄອນ ຮ່າໂນ້ຍ ຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃໝ່ຕື່ມອີກ, ຈຳນວນຜູ້ຕິດເຊື້ອທັງໝົດພາຍໃນວັນ ແມ່ນ 25 ກໍລະນີ.

ໃນວັນທີ 15 ສິງຫາ, ທົ່ວປະເທດມີ 5.519 ກໍລະນີໄດ້ຮັບການປິ່ນປົວຫາຍດີ. ໄລ່ມາຮອດຕອນຄ່ຳວັນທີ 15 ສິງຫາ, ຫວຽດນາມມີຜູ້ຕິດເຊື້ອ ສະສົມ 275.044 ກໍລະນີ. 

ຕອບກັບ

ຂ່າວ/ບົດ​ອື່ນ